ເສດຖະກິດອາຊຽນ ຄ່ອຍຟື້ນຕົວຍ້ອນແຮງໜູນຂອງການທ່ອງທ່ຽວ

24/01/2024 16:12
Email Print 799
ຂປລ *ການເລັ່ງພັດທະນາລະບົບຄົມມານະຄົມໃຫ້ມີຄຸນນະພາບ ດ້ວຍການ ເຊື່ອມໂຍງກັບອາຊຽນ, ຂົງພາກພື້ນ ແລະ ສາກົນ ໃຫ້ກາຍເປັນເງື່ອນໄຂ ແລະ ໂອກາດໃຫ້ຜູ້ຄົນສາມາດເດີນທາງໄປມາຫາສູ່ເຊິ່ງກັນ ແລະ ກັນຫລາຍຂຶ້ນ.





*ການເລັ່ງພັດທະນາລະບົບຄົມມານະຄົມໃຫ້ມີຄຸນນະພາບ ດ້ວຍການເຊື່ອມໂຍງກັບອາຊຽນ, ຂົງເຂດພາກພື້ນ ແລະ ສາກົນໃຫ້ກາຍເປັນເງື່ອນໄຂ ແລະ ໂອກາດໃຫ້ຜູ້ຄົນສາມາດ ເດີນທາງໄປມາຫາສູ່ເຊິ່ງກັນ ແລະ ກັນຫລາຍຂຶ້ນ ເຊິ່ງເປັນບຸລິມະສິດ ແລະ ປັດໄຈໜຶ່ງທີ່ສໍາ ຄັນສໍາລັບອາຊຽນ ໂດຍສະເພາະນັກທ່ອງທ່ຽວຈາກອາຊຽນ, ສປ ຈີນ, ຍີປຸ່ນ, ສ.ເກົາຫລີ ແລະ ປະເທດເພື່ອນມິດສາກົນອື່ນໆ.

ຂະນະດຽວກັນ, ພາກພື້ນອາຊຽນ ຍັງຈະເປັນຈຸດຫມາຍປາຍທາງການທ່ອງທ່ຽວທີ່ໜ້າເຊື່ອຖື ແລະ ກາຍເປັນສະຖານທີ່ຍອດນິຍົມ ອັນດັບແຖວໜ້າຂອງນັກທ່ອງທ່ຽວຈາກທົ່ວໂລກ. ອາຊຽນ ໄດ້ເນັ້ນການທ່ອງທ່ຽວຮູບແບບອະນຸລັກ, ສຸມໃສ່ສົ່ງເສີມ ດ້ານທັດສະນີຍະ ພາບ ແລະ ທ່ອງທ່ຽວແບບມີສ່ວນຮ່ວມ ຂອງທຸກພາກສ່ວນຢ່າງຍືນຍົງ ເຊິ່ງຈະຊ່ວຍສົ່ງເສີມການຂະຫຍາຍຕົວ ດ້ານເສດຖະກິດ-ສັງຄົມ, ທັງຊ່ວຍປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນອາຊຽນໃຫ້ມີປະສິດທິພາບສູງຂຶ້ນ.    




ທ່ານ ຄົມ ດວງຈັນທາ ຫົວຫນ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຂອງ ສປປ ລາວ, ທັງເປັນ ຫົວຫນ້າເຈົ້າຫນ້າທີ່ອາວຸໂສທ່ອງທ່ຽວ ສປປ ລາວ ໄດ້ລາຍງານວ່າ: ໂອກາດກອງປະຊຸມທ່ອງທ່ຽວອາຊຽນ 2024 ທີ່ດໍາເນີນ ໃນປັດຈຸບັນນີ້ ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ+3 ຄື: ສປຈີນ, ຍີປຸ່ນ, ສ.ເກົາຫລີ ໄດ້ທົບທວນຄືນ ແລະ ຕີລາຄາສູງ ການປະຕິບັດແຜນງານການຮ່ວມມື ໃນໄລຍະຜ່ານມາ, ເຫັນວ່າຈໍານວນນັກທ່ອງທ່ຽວຈາກ 3 ປະເທດດັ່ງກ່າວ ໄດ້ເຂົ້າມາທ່ອງທ່ຽວຢູ່ບັນດາປະ ເທດອາຊຽນເພີ່ມຂຶ້ນຫລາຍເທົ່າຕົວ, ພາຍຫລັງການລະບາດ ຂອງພະຍາດໂຄວິດຈາງຫາຍໄປ. ຂະນະທີ່ໃນປີ 2023 ສະເພາະນັກທ່ອງທ່ຽວສາກົນທີ່ເຂົ້າມາ ສປປ ລາວ ແມ່ນມີຈໍານວນເພີ່ມຂື້ນຫລາຍກວ່າ 160% ຫລື ປະມານ 2 ລ້ານກວ່າຄົນ ເມື່ອທຽບກັບໄລຍະດຽວ ກັນຂອງປີຜ່ານມາ ແລະ ເຊື່ອຫມັ້ນວ່າ ການເປີດປີທ່ອງທ່ຽວ 2024 ນີ້ ຈະເຮັດໃຫ້ຕົວເລກນັກທ່ອງທ່ຽວສາກົນ ເຂົ້າມາລາວເພີ່ມຂຶ້ນອີກຫລາຍເທົ່າຕົວແນ່ນອນ. ນອກນີ້, ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ+3 ຍັງໄດ້ເຫັນດີທີ່ ຈະສືບຕໍ່ປະຕິບັກິດ ຈະກໍາໃນແຜນງານ ຮ່ວມມືໃນຕໍ່ຫນ້າ ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວ ລະຫວ່າງພາກພື້ນອາຊຽນກັບ 3 ປະເທດ ໃຫ້ມີຫມາກຜົນທີ່ດີຍຶ່ງຂຶ້ນ, ໂດຍສະເພາະແມ່ນການສົ່ງເສີມການຂະຫຍາຍຕະຫລາດການທ່ອງທ່ຽວ ຈາກ 3 ປະເທດ ທີ່ມີທ່າແຮງຫລາຍດ້ານ ຕໍ່ການ ທ່ອງທ່ຽວອາຊຽນ. ຂະ ນະດຽວກັນ ກໍຈະຊຸກຍູ້ນັກທ່ອງທ່ຽວ ຈາກອາຊຽນເດີນທາງໄປທ່ຽວໃນ 3 ປະເທດ ໃຫ້ນັບມື້ຫລາຍຂຶ້ນ, ເຊິງທັງຫມົດນີ້ ໄດ້ຢັ້ງຢືນໃຫ້ເຫັນການຮ່ວມມື ອັນດີລະຫວ່າງພາກລັດຖະບານ, ພາກເອກະຊົນ ແລະ ປະຊາຊົນຂອງບັນດາປະເທດອາຊຽນ+3 ໄດ້ສືບຕໍ່ມີບັນຍາ ກາດທີ່ດີຂຶ້ນ, ອັນສໍາຄັນການທ່ອງທ່ຽວ ໄດ້ຊ່ວຍກະຕຸ້ນເສດຖະກິດທັງທາງກົງ ແລະ ທາງອ້ອມຂອງແຕ່ລະປະເທດໃຫ້ມີການເຕີບໃຫຍ່.

ຂຽນໂດຍ: ສຸພາສະຫວັນ





KPL

ຂ່າວອື່ນໆ

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

    • ປະເທດ ບັງກລາເທດອາຊຽນ ASEAN

      ປະເທດ ບັງກລາເທດ

      3/24/2025 6:23:08 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ບັງກລາເທດ(Bangladesh) ຫລື ຊື່ທາງການຄື ສາທາລະນະລັດປະຊາຊົນ ບັງກລາເທດ (People’s Republic Of Bangladesh) ໃນວັນທີ 24 ມີນາ, ຊຶ່ງເປັນ ປະເທດ ໃນອາຊີໃຕ້, ມີຊາຍແດນທິດເໜືອ, ທິດຕາເວັນຕົກ ແລະ ທິດຕາເວັນອອກ ຕິດກັບ ອິນເດຍ ສ່ວນທິດໃຕ້ຕິດກັບ ອ່າວເບງກອນ ແລະ ຕາເວັນອອກສ່ຽງໃຕ້ ຕິດກັບ ມຽນມາ.

    • ປະເທດ ແອັດສະປາຍອາຊຽນ ASEAN

      ປະເທດ ແອັດສະປາຍ

      3/20/2025 12:40:06 PM

      ປະເທດ ແອັດສະປາຍ(Spain) ຫລື ຊື່ທາງການຄື ລາຊະອານາຈັກ ແອັດສະປາຍ(Kingdom of Spain), ນະຄອນຫລວງ ຊື່ວ່າ ມາດຣິດ (Madrid). ແອັດສະປາຍ ເປັນປະເທດໜຶ່ງ ຕັ້ງຢູ່ທິດຕາເວັນຕົກສ່ຽງໃຕ້ ຂອງທະວີບ ເອີຣົບ, ຢູ່ເທິງແຫລມມະຫາສະໝຸດ ໄອບີເຣຍ ຮ່ວມກັບ ປອກຕຸຍການ ແລະ ອັງໂດຣາ, ມີຊາຍແດນ ຕິດກັບ ຝຣັ່ງ ທາງທິດຕາເວັນອອກ ສ່ຽງເໜືອລຽບຕາມພູ ພິເຣນີສ.

    • ຫາລືການນຳໃຊ້ປັນຍາປະດິດ  ເຂົ້າໃນວຽກງານລັດທະສະພາອາຊຽນ ASEAN

      ຫາລືການນຳໃຊ້ປັນຍາປະດິດ ເຂົ້າໃນວຽກງານລັດທະສະພາ

      3/12/2025 2:45:54 PM

      ຂປລ. ກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ຈັດຂຶ້ຍລະຫວ່າງວັນທີ 12-14 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ​ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ເຊິ່ງມີຄະນະຜູ້ແທນລັດຖະສະພາ 11 ປະເທດ ແລະ ເຂດແຄວ້ນ, ກອງເລຂາ APF ແລະ ສູນລັດຖະສະພາອາຊີ (PCAsia) ເຂົ້າຮ່ວມ.

ads
ads

Top