ປີ 2022 ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າ ບັນລຸ 15.000 ລ້ານໂດລາສະຫະລັດ

15/05/2023 15:55
Email Print 19574
ຂປລ ຂປລ. ໃນປີ 2022 ຜ່ານມາ, ສປປ ລາວ ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ປະມານ 15.000 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ 8.198 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ 6.808 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາສະຫະລັດ.

 

ຂປລ. ໃນປີ 2022 ຜ່ານມາ, ສປປ ລາວ ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ບັນລຸໄດ້ປະມານ 15.000 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ 8.198 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ 6.808 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າ ປະມານ 1.390 ລ້ານໂດລາສະຫະລັດ. ​
   ສິນຄ້າສົ່ງອອກທັງໝົດ
8.198 ລ້ານໂດລາສະຫະລັດ ປະກອບ​ມີ: ​ໄຟຟ້າ ສົ່ງອອກປະ ມານ 2.358 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ປະມານ 805 ລ້ານໂດລາ, ເຈ້ຍ ປະມານ 491 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ປະມານ 360 ລ້ານໂດລາ, ແຮ່ທອງ ປະມານ 336 ລ້ານໂດລາ, ​ຢາງ​ພາ​ລາ ປະມານ 336 ລ້ານໂດລາ, ມັນຕົ້ນ ປະມານ 329 ລ້ານໂດລາ, ເກືອກາລີ ​ປະມານ 320 ລ້ານໂດລາ, ເຄື່ອງ​ນຸ່ງ​ຫົ່ມ ປະມານ 254 ລ້ານໂດລາ ແລະ ນໍ້າຕານ ປະມານ 236 ລ້ານໂດລາ. ໃນນັ້ນ, ສົ່ງອອກໄປໄທ ປະມານ 2.940 ລ້ານໂດລາ, ຈີນ ປະມານ 2.238 ລ້ານໂດລາ, ຫວຽດນາມ ປະມານ 1.355 ລ້ານໂດລາ, ອົດສະຕາລີ ປະມານ 395 ລ້ານໂດລາ ແລະ ກໍາປູເຈຍ ປະມານ 185 ລ້ານໂດລາສະຫະລັດ.
   ສິນຄ້ານຳເຂົ້າທັງໝົດ ປະມານ
6.808 ລ້ານໂດລາສະຫະລັດ ປະກອບ​ມີ: ນ້ຳມັນກາຊວນ ນຳເຂົ້າ ປະມານ 953 ລ້ານໂດລາ, ອຸປະກອນກົນຈັກ ປະມານ 572 ລ້ານໂດລາ, ພາຫະນະທາງບົກ ປະມານ 454 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ປະມານ 323 ລ້ານໂດລາ, ວັດ​ຖຸ​ມີ​ຄ່າ ປະມານ 286 ລ້ານໂດລາ, ​ເຄື່ອງ​ດື່ມ ປະມານ 248 ລ້ານໂດລາ, ນ້ຳມັນແອັດຊັງ ປະມານ 238 ລ້ານໂດລາ,  ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ ປະມານ 227 ລ້ານໂດລາ, ນໍ້າຕານ ປະມານ 225 ລ້ານໂດລາ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 206 ລ້ານໂດລາສະຫະລັດ. ໃນນັ້ນ, ນຳເຂົ້າຈາກ ໄທ ປະມານ 3.377 ລ້ານໂດລາ, ຈີນ ປະມານ 1.646 ລ້ານໂດລາ, ຫວຽດນາມ ປະມານ 423 ລ້ານໂດລາ, ສະຫະລັດອາເມລິກາ ປະມານ 311 ລ້ານໂດລາ ແລະ ສະວິດ ປະມານ 282 ລ້ານໂດລາສະຫະລັດ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ເວບໄຊກະຊວງອຸດສາຫະກຳ

 

KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

      7/17/2025 5:48:15 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top