ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

30/04/2026 17:29
Email Print 83
KPL - Asean 2024 ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ. ໃນ​ວາ​ລະ​ປະ​ຊຸມ​ທຳ​ອິດ ​ຂອງ​ຄະ​ນະ​ບໍ​ລິ​ຫານ​ໂຄງ​ການ ບ້ວງ​ເງິນ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງລະ​ຫວ່າງ ອາ​ຊຽນ - ອີ​ຢູ ກ່ຽວ​ກັບ​ດ້ານ​ການ​ຄ້າ (SCOPE Trade) ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 29 ເມ​ສາ, ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ ອາ​ຊຽນ (ຈາ​ກາ​ຕາ, ອິນ​ໂດ​ເນ​ເຊຍ), ທ່ານ ຫງວຽນ​ແອັງ​ດຶກ, ທີ່​ປຶກ​ສາ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ເສດ​ຖະ​ກິດ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ພ້ອມ​ດ້ວຍ​ທ່ານ Jerome Pons ຫົວ​ໜ້າ​ຄະ​ນະ​ຮ່ວມ​ມື, ຄະ​ນະ​ຜູ້​ແທນ EU ປະ​ຈຳ ອາຊຽນ ເປັນ​ປະ​ທານ​ຮ່ວມ.ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025 – 2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງ​ລະ​ຫວ່າງ ອາ​ຊຽນ-EU, ເພື່ອ​ແນ​ໃສ່​ຊຸກ​ຍູ້ ​ການ​ເຊື່ອມ​ໂຍງ ​ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ​ ລະ​ຫວ່າງ​ ສອງ​ພາກ​ພື້ນ. ໂຄງ​ການ​ໄດ້​ສຸມ​ໃສ່ 3 ເສົາ​ຄ້ຳຫຼັກ, ລວມ​ມີ: ປັບ​ປຸງ​ນະ​ໂຍ​ບາຍ ​ໃຫ້​ສົມ​ບູນ​ແບບ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ ດ້ານ​ການ​ຄ້າ; ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ດີ​ຈີ​ຕອນ; ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ແບບ​ຍືນ​ຍົງ.ຢູ່ ສສ ຫວຽດ​ນາມ, ໂຄງ​ການ​ນີ້​ ໄດ້​ໜູນ​ຊ່ວຍ​ການ​ສຳຫລວດກວດ​ຄືນ​ ບັນ​ຊີ​ລາຍ​ຊື່​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ ​ຕາມສົນ​ທິ​ສັນ​ຍາ​ຮ່ວມ​ມື ​ຮອບ​ດ້ານ ອາ​ຊຽນ (ACIA) ແລະ ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ໃຊ້ ​ການ​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ກອບ​ ເສດ​ຖະ​ກິດ​ ເຕັກ​ນິກ​ ດີ​ຈີ​ຕອນ ອາ​ຊຽນ (DEFA)./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL