ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບຊີພີ ອໍລ ລາວ ຈັດກິດຈະກໍາຍົກລະດັບຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ
ຂປລ. ໃນວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງພະບາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດ ຊີພີ ອໍລ ລາວ ຈໍາກັດ ຈັດກອງປະຊຸມເຜີຍແຜ່ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1ປີ 2026. ໂດຍມີທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ, ທ່ານ ນາງ ສົມຍາ ລັດສະໝີ ຜູ້ອໍານວຍການຝ່າຍບໍລິຫານ ຂອງບໍລິສັດ ຊີພີ ອໍລ ລາວ ຈໍາກັດ ພ້ອມດ້ວຍຜູ້ດໍາເນີນທຸລະກິດຮ້ານສະດວກຊື້ 7-Eleven ໃນ ສປປ ລາວ, ຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫລາຍ.
ໃນໂອກາດນີ້, ຜູ້ເຂົ້າຮ່ວມມີໂອກາດໄດ້ຮັບຮູ້ຂໍ້ມູນທີ່ເປັນປະໂຫຍດຕໍ່ການພັດທະນາສິນຄ້າ ແລະ ທຸລະກິດ ທັງໃນເລື່ອງການເຂົ້າເຖິງແຫລ່ງທຶນສໍາຫລັບ SME ການນໍາສະເໜີສິນຄ້າເຂົ້າມາຈໍາໜ່າຍ ແລະ ການເຮັດການຕະຫລາດຂອງ 7-Eleven ແລະ ຍັງຮຽນຮູ້ຈາກປະສົບການໂດຍກົງ ຂອງຜູ້ປະກອບການທີ່ເປັນຄູ່ຄ້າ ຂອງ 7-Eleven ປະສົບຄວາມສໍາເລັດອີກດ້ວຍ. ກິດຈະກໍານີ້, ເປັນສ່ວນໜຶ່ງຂອງການສົ່ງເສີມນະໂຍບາຍສະໜັບສະໜູນການຜະລິດພາຍໃນປະເທດ ໂດຍສະເພາະກຸ່ມຜູ້ປະກອບການຂະໜາດນ້ອຍໃຫ້ສາມາດເຂົ້າເຖິງແຫລ່ງທຶນ ພັດທະນາສິນຄ້າໃຫ້ມີມາດຕະຖານ ເຂົ້າເຖິງຕະຫລາດໃໝ່ໆ ແລະ ທຸລະກິດມີຄວາມຍືນຍົງ ຕາມແນວຄິດ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ແລະສອດຄ່ອງກັບຄ່ານິຍົມ 3 ປະໂຫຍດ “ເພື່ອປະເທດ ປະຊາຊົນ ແລະ ອົງກອນ” ຂອງເຄືອຈະເລີນໂພກກະພັນ (CP Group) ທີ່ ຊີພີ ອໍລ ຢຶດໝັ້ນມາໂດຍຕະຫລອດ ໂດຍສະເພາະການສ້າງອາຊີບຜ່ານການສະໜັບສະໜູນສິນຄ້າທ້ອງຖິ່ນ ເຊິ່ງໄດ້ເປີດພື້ນທີ່ສົ່ງເສີມຜະລິດຕະພັນທ້ອງຖິ່ນຂອງຄົນລາວ ມາຕັ້ງແຕ່ຮ້ານ 7-Eleven ສາຂາທໍາອິດເປີດໃຫ້ບໍລິການເມື່ອປີ 2023.
