ຄວາມດຸໝັ່ນຂະຫຍັນພຽງ ພາຄອບຄົວຮັ່ງມີຜາສຸກ
![]()
ຂປລ. ຄວາມດຸໝັ່ນ ແມ່ນສິ່ງທີ່ຂາດບໍ່ໄດ້, ຄອບຄົວໃດມີຄວາມດຸໝັ່ນຂະຫຍັນພຽນ ຄອບຄົວນັ້ນກໍມີຢູ່ມີກິນ, ມີເງິນໃຊ້ຈ່າຍບໍ່ຂາດ. ຂະນະດຽວກັນ, ມີພຽງແຕ່ຄວາມດຸໝັ່ນກໍຍັງບໍ່ພຽງພໍ ຕ້ອງມີແນວທາງນະໂຍ ບາຍອັນຖືກຕ້ອງຂອງພັກ-ລັດຕື່ມອີກ. ດັ່ງຄອບຄົວຂອງ ນາງ ເຮືອງ ມັດທະວົງ ຢູ່ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ ທີ່ຖືເອົາການປູກພືດ ຜັກໝູນວຽນເປັນຫລັກ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫລາຍກວ່າ 100 ລ້ານຕໍ່ປີ.
ເມື່ອມໍ່ໆມານນີ້, ຄະນະນັກຂ່າວຈາກ ກົມສື່ມວນຊົນ, ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸວິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງເຄື່ອນໄຫວຈັດກິດຈະກຳຖາມ-ຕອບ, ເຜີຍແຜ່ຜົນສຳເລັດການສະເຫລີມສະຫລອງ 3 ວັນປະຫວັດສາດຢູ່ແຂວງບໍລິຄຳໄຊ ໂດຍທີມງານພວກເຮົາກໍໄດ້ຮັບການຮ່ວມມືເປັນຢ່າງດີຈາກພະນັກງານ ຄະນະໂຄສະນາແຂວງ, ພະນັກງານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ນຳທາງພາໄປຫາຄອບຄົວ ນາງ ເຮືອງ ມັດທະວົງ ຜູ້ຖືກເອົາການປູກພືດ ຜັກໝູນວຽນຢູ່ບ້ານປາກປຶງ ເມືອງປາກຊັນ. ພາຍຫລັງເວົ້າຈາພາທີກັນແລ້ວ, ນາງ ເຮືອງ ມັດທະວົງ ກໍພາທີມງານລົງເບິ່ງສວນຂອງລາວ ຊຶ່ງກໍເຕັມໄປດ້ວຍພືດຜັກຕ່າງໆເຊັ່ນ: ຜັກຫອມບົວ, ຫອມປ້ອມ, ຜັກຊີ ແລະ ມັນເພົາ ທີ່ກຳລັງແຂ່ງຂັນງອກງາມຂຽວອຸ່ນທຸ່ນໄປທົ່ວສວນ.
![]()
ນາງ ເຮືອງ ມັດທະວົງ ເລົ່າສູ່ຟັງວ່າ: ແຕ່ໃດມາຄອບຄົວຕົນແມ່ນໄດ້ຖືເອົາການຜະລິດພືດ ຜັກເປັນອາຊີບຕົ້ນຕໍຈົນມາຮອດປັດຈຸບັນນີ້. ສ່ວນແຮງງານຕົ້ນຕໍແມ່ນມີສອງຜົວເມຍ. ຂະນະທີ່ການເກັບກູ້ຜົນຜະລິດໄປຂາຍ ແມ່ນໄດ້ຈ້າງຄົນມາຊ່ວຍເກັບໃນລາຄາມື້ໜຶ່ງ 200.000 ກີບ. ແນວໃນກໍດີ, ສຳລັບເນື້ອທີ່ດິນສວນທຳການຜະລິດພືດຜັກຂອງຕົນມີ ທັງໝົດ 8 ໄລ່ ຊຶ່ງໄດ້ທຳການຜະລິດພືດໝູນວຽນກັນໄປ ໂດຍອີງໃສ່ໄລຍະທີ່ເໝາະສົມພືດຊະນິດໃດກໍປູກພືດຊະນິດນັ້ນ ໂດຍສະເພາະລະດູແລ້ງ ແມ່ນເລັ່ງປູກປະເພດຫອມບົວ, ຫອມປ້ອມ, ຜັກອື່ນໆ ແລະ ມັນເພົາ. ສະເພາະລະດູ ຝົນແມ່ນຈະປູກໝາກແຕງ, ໝາກຖົ່ວທີ່ທົນທານຕໍ່ຟ້າຝົນ. ສຳລັບການເຕັກນິກໃນການບົວລະບັດຮັກສາ ແມ່ນບໍ່ໄດ້ຍາກຫຍັງ ພຽງແຕ່ໄຖ ຄາດ ແລະ ຫວ່ານແນວພັນ (ປະເພດຫ້ອມ), ຫົດນ້ຳ ແລ້ວກໍໃສ່ຝຸ່ນຄອກ ແລະ ລົກຫຍ້າບໍ່ໃຫ້ຮົບເຮື້ອເທົ່ານັ້ນ. ສ່ວນມັນເພົາ ກໍຊັກແກ່ນໃສ່ດິນ, ຫລັງຈາກຄົບຮອບ 3 ເດືອນກໍສາມາດເກັບກູ້ຜົນຜະລິດໄດ້ ແລະ ຈະມີພໍ່ຄ້າ ແມ່ຄ້າມາຮັບຊື້. ສຳລັບການຈຳໜ່າຍຜົນຜະລິດ ແມ່ນພໍ່ຄ້າ ແມ່ຄ້າມາຮັບຊື້ຢູ່ສວນ ໂດຍບໍ່ໄດ້ເອົາໄປຂາຍຢູ່ຕະ ຫລາດ ຊຶ່ງມັນກໍບໍ່ໄດ້ຍາກແກ່ເຮົາ. ຂໍພຽງແຕ່ເຮົາຜະລິດໄດ້ ກໍມີພໍ່ຄ້າ ແມ່ຄ້າມາຮັບຊື້ຢູ່ກັບທີ່. ແນວໃດກໍດີ, ການຜະລິດພືດ ຜັກຕ່າງໆ ຊຶ່ງນອກຈາກຄວາມດຸໝັ່ນກໍຄືເຕັກນິກຂອງຄອບຄົວແລ້ວ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງກໍຄືພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ກໍໄດ້ເອົາໃຈໃສ່ລົງມາໃກ້ຊິດຕິດແທດທັງແນະນຳເຕັກນິກດ້ານວິຊາການໃນການບົວລະບັດຮັກສາພືດ ຜັກຂອງປະຊາຊົນຢ່າງເປັນປະຈຳ. ນາງ ເຮືອງ ກ່າວ.
![]()
ນາງ ເຮືອງ ເວົ້າຕື່ມວ່າ: ການຜະລິດພືດ ຜັກໝູນວຽນຄືຕົນເຄີຍຜະລິດມາໂດຍຕະຫລອດ ແມ່ນ ບໍ່ໄດ້ລົງທຶນຫລາຍ ພຽງແຕ່ຊື້ແນວພັນ. ຍົກຕົວຢ່າງ ຊື້ແນວພັນຜັກຫອມປ້ອມມາຫວ່ານໃນ ກິໂລໜຶ່ງ 100.000 ກວ່າກີບ ສາມາດສ້າງກຳໄລປະມານ 1.000.000 ກວ່າກີບ ແລະ ພືດອື່ນໆກໍເຊັ່ນດຽວກັນ. ສຳລັບລາຍຮັບໃນການຜະລິດພືດ ຜັກໝູນ ວຽນນີ້ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫລາຍກວ່າ 100 ລ້ານກີບຕໍ່ປີ. ແນວໃດກໍດີ, ຜ່ານການຢືດຖືເອົາການຜະລິດພືດຜັກດັ່ງກ່າວມາ ກໍເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີການພັດທະນາດີຂຶ້ນ ແລະ ມີໃຊ້ຈ່າຍບໍ່ຂາດ, ມີເງິນທ້ອນໄວ້ຈຳນວນໜຶ່ງ, ມີເງິນສົ່ງເສີມລູກຫລານຮ່ຳຮຽນ ແລະ ອື່ນໆ.
ໂດຍ: ຢ່າຕົ່ງ
