ເອກະລັກ ວັດທະນະທຳ ຂອງຊົນເຜົ່າກະຕູ

23/03/2026 10:35
Email Print 83
KPL - Asean 2024 *ລາວ ເປັນປະເທດທີ່ມີອະລິຍະ ທໍາເກົ່າແກ່ໃນອາຊີຕາເວັນອອກ ສ່ຽງໃຕ້ ແລະ ມີຄວາມຫລາກຫລາຍ ທາງດ້ານຊົນເຜົ່າ, ວັດທະນະທໍາ, ຮີດຄອງປະເພນີ ແລະ ຮູບແບບ ການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ. ໃນນັ້ນ, ຊົນເຜົ່າກະຕູກໍເປັນໜຶ່ງໃນນັ້ນ ແລະ ນອນໃນກຸ່ມຊົນເຜົ່າທີ່ປາກເວົ້າພາ ສາມອນ-ຂະແມ ແລະ ມີຮູບແບບ ການດໍາລົງຊີວິດທີ່ເປັນເອກະລັກ ອັນກາຍເປັນມົນສະເໜ່ສະເພາະ ຂອງເຂົາເຈົ້າ.

*ລາວ ເປັນປະເທດທີ່ມີອະລິຍະ ທໍາເກົ່າແກ່ໃນອາຊີຕາເວັນອອກ ສ່ຽງໃຕ້ ແລະ ມີຄວາມຫລາກຫລາຍ ທາງດ້ານຊົນເຜົ່າ, ວັດທະນະທໍາ, ຮີດຄອງປະເພນີ ແລະ ຮູບແບບ ການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ. ໃນນັ້ນ, ຊົນເຜົ່າກະຕູກໍເປັນໜຶ່ງໃນນັ້ນ ແລະ ນອນໃນກຸ່ມຊົນເຜົ່າທີ່ປາກເວົ້າພາ ສາມອນ-ຂະແມ ແລະ ມີຮູບແບບ ການດໍາລົງຊີວິດທີ່ເປັນເອກະລັກ ອັນກາຍເປັນມົນສະເໜ່ສະເພາະ ຂອງເຂົາເຈົ້າ. ຊົນເຜົ່າກະຕູ ແມ່ນຊົນເຜ່ົາໜຶ່ງທີ່ ໄດ້ມາຕັ້ງຖິ່ນຖານພູມລຳເນົາຢູ່ລາວ ໄດ້ຫລາຍຮ້ອຍປີແລ້ວ ຊຶ່ງນັກຄົ້ນ ຄວ້າໄດ້ສັນນິຖານວ່າ: ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກຕາ ເວັນອອກສ່ຽງໃຕ້ຂອງອິນເດຍ ແລະ ບໍລິເວນຕອນໃຕ້ຂອງ ສປ ຈີນ ເພາະຢູ່ເຂດນັ້ນຍັງປະກົດມີກຸ່ນຄົນ ເວົ້າພາສາມອນ-ຂະແມ. ຊົນເຜົ່າ ກະຕູປະກອບມີຫລາຍແຊງດ້ວຍ ກັນຄື: ຕຣີວ, ດາກກັງ (ປັບເດງ), ອັຣນາ, ອາສານ ແລະ ເຟືອງ, ສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກ ໃຕ້ເຊັ່ນ: ເມືອງກະລຶມ, ເມືອງດາກ ຈຶງ, ເມືອງທ່າແຕງ ແຂວງເຊກອງ; ເມືອງເລົາງາມ ແຂວງສາລະວັນ, ເມືອງປາກຊ່ອງ ແລະ ເມືອງບາ ຈຽງຈະເລີນສຸກ ແຂວງຈຳປາສັກ. ນອກຈາກນີ້, ແລ້ວຊົນເຜົ່າກະຕູ ຍັງມີຢູ່ຫວຽດນາມເຊັ່ນ: ແຂວງ ກວາງນາມ, ແຂວງດານັ໋ງ ແລະ ແຂວງເທືອງທຽນເຫວ. ຊົນເຜົ່າ ກະຕູ ສ່ວນຫລາຍແລ້ວຍັງດຳລົງ ຊີວິດຢູ່ເຂດຫ່າງໄກສອກຫລີກ, ມີ ອາຊີບຫລັກໃນການເຮັດໄຮ່ປູກເຂົ້າ ພ້ອມກັນນັ້ນຍັງປູກພືດຜັກ, ພືດທາດ ແປ້ງ ແລະ ອື່ນໆ


ເພື່ອໄວ້ບໍລິໂພກໃນ ຄົວເຮືອນ, ໂດຍທົ່ວໄປແລ້ວການ ດຳລົງຊີວິດຂອງເຂົາເຈົ້າຍັງຕິດ ພັນຢູ່ກັບທຳມະຊາດເປັນສ່ວນໃຫຍ່, ເຄື່ອງມື, ອຸປະກອນ ແລະ ເຕັກ ນິກການຜະລິດຍັງແມ່ນລັກສະນະ ພື້ນບ້ານ. ສຳລັບຮີດຄອງປະເພນີ, ຄວາມ ເຊື່ອຖື ແລະ ວັດທະນະທໍາຄ້າຍຄື ກັບບັນດາຊົນເຜົ່າໃນໝວດພາສາ ມອນ-ຂະແມ, ໂດຍສະເພາະແມ່ນ ມີຄວາມເຊື່ອໃນເລື່ອງຈິດວິນຍານ ແລະ ຜີ, ພາສາປາກເວ້ົາຂອງເຂົາ ເຈົ້າປະກອບມີພາສາຢ໋າງ ແລະ ເບຣົາປະສົມກັນ. ສ່ວນການປຸກ ສ້າງເຮືອນມັກຈະປຸກເປັນຮູບແບບ ວົງມົນອ້ອມສາລາກວານ ແລະ ໃຫ້ ຢູ່ໃກ້ກັບຕະກູນ ຫລື ເຊື້ອສາຍຂອງ ຕົນ, ລັກນະນະຂອງເຮືອນຈະເປັນ ເຮືອນຕ່ໍາ ແລະ ເປັນເຮືອນຍາວ ໂດຍອາໄສຢູ່ນໍາກັນຫລາຍຄອບຄົວ ແລະ ຫລາຍເຊັ່ນຄົນ ຊຶ່ງໝາຍ ຄວາມວ່າໃນບ້ານຂອງຊົນເຜົ່າກະ ຕູ ຈະມີເຮືອນສາລາກວານຢູ່ໃຈ ກາງບ້ານ ເພື່ອໃຊ້ເປັນສະຖານທີ່ ໂຮມຊຸມນຸມ, ເປັນບ່ອນຮັບແຂກ, ເປັນສະຖານທີ່ໃນການເຮັດກິດຈະ ກໍາຕ່າງໆກ່ຽວກັບຄວາມເຊື່ອຖື. ຊົນເຜົ່ານີ້ ຈະມີການຄະລຳ ແລະ ຂໍ້ຫ້າມຫລາຍຢ່າງເຊັ່ນ: ກ່ອນຈະ ເຂົ້າບ້ານຕ້ອງສັງເກດເບິ່ງປະຕູ ໂຂງວ່າມີຟົດໄມ້ ຫລື ບໍ່, ຖ້າມີຟົດ ໄມ້ດິບສະແດງວ່າຫ້າມເຂົ້າບ້ານ, ກ່ອນຈະຮູດເຂົ້າ, ກ່ຽວເຂົ້າມີການ ຄະລຳບ້ານ ໂດຍຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ, ຫ້າມຂຶ້ນເຮືອນ ເວລາມີຟົດໄມ້ດິບຕິດຢູ່ຝາເຮືອນ ຫລື ປະຕູ, ບໍ່ໃຫ້ນັ່ງອີງເສົາເຮືອນ, ບໍ່ໃຫ້ນອນຂວາງເຮືອນ ແລະ ການ ເຂົ້າອອກເຮືອນຂອງແຂກຕ້ອງເຂົ້າ ອອກປະຕູທີ່ໃຊ້ສຳລັບແຂກເທົ່ານັ້ນ. ໃນແຕ່ລະປີຊົນເຜົ່າກະຕູ ຈະມີພິທີ ກຳໃຫຍ່ ແລະ ນ້ອຍຫລາຍຄັ້ງ ເພື່ອ ຂໍຄວາມສັກສິດ, ຄວາມຢູ່ເຢັນເປັນ ສຸກໃນການດຳລົງຊີວິດ ກໍຄື ການ ຜະລິດກະສິກຳ. ສ່ວນບຸນປະເພນີ ທີ່ສຳຄັນໄດ້ແກ່ການເຮັດບຸນຂວັນ ເຂົ້າ ພາສາກະຕູ ເອີ້ນວ່າ ອາຢາ, ບຸນກ່ອນຈະລົງມືປູກຝັງ, ບຸນກ່ອນ ການຮູດ ຫລື ກ່ຽວເຂົ້າ, ບຸນສາລາກ ວານ ແລະ ພິທີກຳອື່ນໆ, ການເຮັດ ບຸນ ແລະ ພິທີກຳຕ່າງໆມີທັງເຮັດ ຢູ່ໃນຄອບຄົວ ແລະ ລວມບ້ານ. ຊົນເຜົ່າກະຕູ ເປັນໜຶ່ງໃນຄວາມ ຫລາກຫລາຍທາງຊົນເຜົ່າ, ວັດ ທະນະທໍາ ແລະ ຮີດຄອງປະເພນີ ຂອງລາວ ແລະ ມີວິຖີຊີວິດທີ່ເປັນ ເອກະລັກ, ມີມົນສະເໜ່ສະເພາະຕົວ ທີ່ສາມາດດຶງດູດຄວາມສົນໃຈຈາກ ນັກທ່ອງທ່ຽວທີ່ມັກການພະຈົນໄພ ທາງທໍາມະຊາດ, ນັກທ່ອງທ່ຽວ ທີ່ຕ້ອງການຮຽນຮູ້ວັດທະນະທໍາ ໃໝ່ໆເພ່ືອຊຶມຊັບ ແລະ ສໍາຜັດວິຖີ ຊີວິດຕົວຈິງຂອງຊົນເຜົ່າກະຕູ ໄດ້ ເປັນຢ່າງດີ.

ຄັດຈາກປຶ້ມ ບັນດາຊົນເຜົ່າໃນ ສປປ ລາວ

KPL