ຫວນຄືນມູນເຊື້ອການກຳເນີດພັກປະຊາຊົນປະຕິວັດລາວ

23/03/2026 10:24
Email Print 83
KPL - Asean 2024 ຂປລ. ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດແຫ່ງການກຳເນີດ, ຄົງ ຕົວ ແລະ ຂະຫຍາຍຕົວຍາວນານ ມາຫລາຍພັນປີ, ມີປະຫວັດສາດ ອັນເກົ່າແກ່, ມີມູນເຊື້ອທີ່ສະຫງ່າ ອົງອາດ ແລະ ຈົບງາມມາແຕ່ ບູຮານນະການ ໂດຍສະເພາະ ແມ່ນມູນເຊື້ອດຸໝັ່ນໃນການອອກ ແຮງງານ, ມູນເຊື້ອສາມັກຄີຮັກ ປອງດອງ, ມູນເຊື້ອຮັກເຊື້ອແພງ ຊາດ, ມູນເຊື້ອວັດທະນະທຳທີ່ເປັນ ເອກະລັກອັນດີງາມ ແລະ ອັນພົ້ນ ເດັ່ນກວ່າໝູ່ແມ່ນມູນເຊື້ອແຫ່ງການ ຕໍ່ສູ້ບໍ່ຍອມຈຳນົນຕ້ານການຮຸນຮານ

(ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ

ວັນທີ 22 ມີນາ 1955-22 ມີນາ 2026)

ຂປລ. ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດແຫ່ງການກຳເນີດ, ຄົງ ຕົວ ແລະ ຂະຫຍາຍຕົວຍາວນານ ມາຫລາຍພັນປີ, ມີປະຫວັດສາດ ອັນເກົ່າແກ່, ມີມູນເຊື້ອທີ່ສະຫງ່າ ອົງອາດ ແລະ ຈົບງາມມາແຕ່ ບູຮານນະການ ໂດຍສະເພາະ ແມ່ນມູນເຊື້ອດຸໝັ່ນໃນການອອກ ແຮງງານ, ມູນເຊື້ອສາມັກຄີຮັກ ປອງດອງ, ມູນເຊື້ອຮັກເຊື້ອແພງ ຊາດ, ມູນເຊື້ອວັດທະນະທຳທີ່ເປັນ ເອກະລັກອັນດີງາມ ແລະ ອັນພົ້ນ ເດັ່ນກວ່າໝູ່ແມ່ນມູນເຊື້ອແຫ່ງການ ຕໍ່ສູ້ບໍ່ຍອມຈຳນົນຕ້ານການຮຸນຮານ ຂອງສັດຕູຢ່າງເດັດດ່ຽວໜຽວແໜ້ນ ຂອງບັນດາບັນພະບູລຸດລາວເຮົາໃນ ການທ້ອນໂຮມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມ ຢູ່ເຢັນເປັນສຸກຂອງປະຊາຊົນລາວ ບັນດາເຜົ່າໃນແຕ່ລະຍຸກ ແຕ່ລະ ສະໄໝສືບທອດກັນມາຈົນເຖິງທຸກ ວັນນີ້. ໃນທ້າຍສະຕະວັດທີ XIX 3 ປະເທດອິນດູຈີນ ໄດ້ຖືກພວກລ່າ ເມືອງຂຶ້ນເຂົ້າມາຮຸກຮານ, ປະຊາ ຊົນອິນດູຈີນຖືກກົດຂີ່ຂູດຮີດຢ່າງ ແສນສາຫັດ. ດັ່ງນັ້ນ ສາມປະເທດ ອິນດູຈີນ ຈຶ່ງໄດ້ຕໍ່ສູ້ຢ່າງພິລະອາດ ຫານ, ເດັດຂາດບໍ່ຍອມເປັນຂ້ອຍ ຂ້າ, ບໍ່ຍອມເສຍບ້ານເມືອງ, ແຕ່ ລະປະເທດໄດ້ພ້ອມກັນຕໍ່ສູ້ຢ່າງທໍລະ ຫົດອົດທົນ. ຢູ່ປະເທດລາວເຮົາກໍມີ ຫລາຍຂະບວນການຕໍ່ສູ້ນັບແຕ່ນ້ອຍ ຫາໃຫຍ່ ແລະ ບາງຂະບວນການກໍ ຍືດເຍື້ອຍາວນານຫລາຍປີ, ແຕ່ລະ ຂະບວນການເຫລົ່ານັ້ນລ້ວນແຕ່ ຖືກປາບປາມຍ້ອນຫລາຍສາເຫດ ນັບທັງສະພາບແວດລ້ອມບໍ່ເອື້ອ ອຳນວຍ. ປີ 1930 ກອງປະຊຸມໃຫຍ່ ຜູ້ແທນຈາກບັນດາພັກກອມມູນິດ ໄດ້ໄຂຂຶ້ນຢູ່ທີ່ຈິວລົງ (ຮົງກາລີ) ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນອາຍກວັກ, ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ, ແນວທາງຍຸດທະສາດ ແລະ ຍຸດໂທ ບາຍຂອງພັກ, ກົດລະບຽບພັກ ແລະ ມະຕິອື່ນໆ. ກອງປະຊຸມໄດ້ອັດລົງ ໃນວັນທີ 7 ກຸມພາປີ 1930 ດ້ວຍ ຜົນສຳເລັດອັນສະຫງ່າງາມ. ນັບ ແຕ່ນັ້ນເປັນຕົ້ນມາຂະບວນການ ປະຕິວັດໃນອິນດູຈີນ ໄດ້ຂະຫຍາຍ ຕົວຢ່າງແຮງແຂງ. ນັບແຕ່ພັກ ກອມມູນິດອິນດູຈີນໄດ້ສ້າງຕັ້ງ ຂຶ້ນ, ພັກກອມມູນິດອິນດູຈີນ ໄດ້ ວາງແນວທາງຍຸດທະສາດ, ຍຸດໂທ ບາຍການປະຕິວັດອິນດູຈີນອອກ ຢ່າງສອດຄ່ອງ ແລະ ນໍາພາການ ປະຕິວັດຢູ່ອິນດູຈີນຕໍ່ສູ້ຕ້ານການ ຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຢ່າງບໍ່ຢຸດຢັ້ງ ໂດຍພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ, ການປະຕິວັດຂອງປະເທດເຮົາກໍ ໄດ້ກໍ່ຕັ້ງເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງອັນເປັນເງື່ອນໄຂສໍາຄັນ ໃຫ້ແກ່ການສ້າງຕັ້ງພັກມາກຊິດຢູ່ ປະເທດເຮົາໃນໄລຍະຕໍ່ມາ. ໃນຕົ້ນ ເດືອນຕຸລາ ປີ 1930 ກອງປະຊຸມ ສູນກາງພັກຄັ້ງທີໜຶ່ງ ໄດ້ໄຂຂຶ້ນ ເພື່ອສັງເກດຕີລາຄາສະພາບການ ແລະ ວາງທິດທາງການຕໍ່ສູ້ປະຕິວັດ ໃນໄລຍະໃໝ່. ມາເຖິງປີ 1934, ອົງຄະນະພັກແຄວ້ນລາວໄດ້ສ້າງ ຕັ້ງຂຶ້ນ ຊຶ່ງເປັນບາດກ້າວທໍາອິດ ແຫ່ງການປັບປຸງຂະຫຍາຍການ ຈັດຕັ້ງພັກ ແລະ ອົງການຈັດຕັ້ງ ມະຫາຊົນ. ຈາກນັ້ນອົງຄະນະພັກ ແຄວ້ນລາວໄດ້ຍູ້ແຮງການປຸກ ລະດົມຂົນຂວາຍກໍາລັງປະຕິວັດ ໂດຍຖືເອົາຊາວໄຮ່ນາ ແລະ ຊັ້ນຄົນ ຕ່າງໆຢູ່ເຂດຊົນນະບົດ ແລະ ບໍລິ ເວນຊົນເຜົ່າເປັນກໍາລັງພື້ນຖານ ຂອງການປະຕິວັດ. ກໍາລັງການ ປະຕິວັດໄດ້ຂະຫຍາຍຕົວແຕ່ໜ້ອຍ ຫາຫລາຍ, ການຕໍ່ສູ້ໄດ້ເກີດຂຶ້ນ ແຕ່ຕໍ່າຫາສູງໃນທົ່ວປະເທດຈົນສາ ມາດຍຶດອໍານາດ 23 ສິງຫາ1945 ແລະ ກ້າວໄປສູ່ປະກາດເອກະລາດ ອັນເປັນປະຫວັດສາດຂອງຊາດ ລາວ ໃນວັນທີ 12 ຕຸລາ 1945. ຕໍ່ຈາກນັ້ນບໍ່ເທົ່າໃດປີກ່ໍໄດ້ສ້າງຕັ້ງ ກອງທັບປະຊາຊົນລາວຂ້ຶນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງ ແນວລາວອິດສະລະຂຶ້ນໃນ ວັນທີ 13 ສິງຫາ 1950. ນັບແຕ່ນັ້ນມາ, ການຈັດຕັ້ງແນວລາວອິດສະລະໄດ້ ກາຍເປັນຄັນທຸງສໍາຄັນເຕົ້າໂຮມ, ດຶງດູດເອົາທຸກຊັ້ນຄົນເຂົ້າຮ່ວມການ ປະຕິວັດໄດ້ຢ່າງກວ້າງຂວາງ ແລະ ແຂງແຮງ. ປີ 1951 ກອງປະຊຸມ ໃຫຍ່ ຄັ້ງທີ II ຂອງພັກກອມມູນິດ ອິນດູຈີນ ໄດ້ມີມະຕິຕົກລົງໃຫ້ແຕ່ລະ ປະເທດສ້າງຕັ້ງພັກເອກະລາດຂອງ ຕົນຂຶ້ນບົນພື້ນຖານນັ້ນ, ບັນດາ ສະຫາຍສະມາຊິກພັກກອມມູນິດ ອິນດູຈີນ ທີ່ເປັນຄົນລາວກໍ່ໄດ້ຈັດຕັ້ງ “ຄະນະກໍາມະການປະຊາຊົນລາວ” ຂຶ້ນ ເພ່ືອສືບຕ່ໍນໍາພາການປະຕິວັດ ຢູ່ລາວ ແລະ ກະກຽມຄວາມພ້ອມ ດ້ານຕ່າງໆເປັນເວລາ 4 ປີ ຈຶ່ງສາ ມາດດໍາເນີນກອງປະຊຸມໃຫຍ່ຄັ້ງ ທໍາອິດ ( ຄັ້ງທີ I) ຂອງຕົນຂຶ້ນໃນ ວັນທີ 22 ມີນາ 1955 ຢູ່ບ້ານນາ ແມວ ເມືອງວຽງໄຊ ແຂວງຫົວ ພັນ ຊ່ຶງເປັນເຂດທ່ີໝ້ັນຂອງການ ປະຕິວັດໃນເວລານັ້ນ ແລະ ໄດ້ເອ້ີນ ວ່າ: “ພັກປະຊາຊົນລາວ” ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຂອງພັກ ປະຊາຊົນລາວ. ສັງລວມແລ້ວການສ້າງຕັ້ງພັກ ປະຊາຊົນລາວໃນວັນທີ 22 ມີນາ 1955 ແມ່ນຄວາມຈໍາເປັນພາວະ ວິໄສ ເພື່ອໃຫ້ມີການຈັດຕັ້ງຂອງ ພັກປະຕິວັດເປັນຜູ້ນໍາພາຢ່າງລວມ ສູນ-ເປັນເອກະພາບຕໍ່ຂະບວນການ ປະຕິວັດຂອງປະຊາຊົນລາວ ທີ່ພວມ ຟົດເດືອດ ແລະ ແຜ່ຂະຫຍາຍຢ່າງ ກວ້າງຂວາງໃນທົ່ວປະເທດໃນ ເວລານັ້ນ. ບົນພື້ນຖານການກໍາເນີດເກີດ ຂຶ້ນຂອງພັກປະຊາຊົນ ປະຕິວັດລາວ ຄືດັ່ງກ່າວມານັ້ນ ໄດ້ສະທ້ອນໃຫ້ ເຫັນວ່າ ພັກປະຊາຊົນປະຕິວັດລາວ ແມ່ນພັກປະຕິວັດຂອງປະຊາຊົນ ທີ່ມາຈາກປະຊາຊົນ ແລະ ເພື່ອ ປະຊາຊົນ, ເປັນພັກ ຖືເອົາຫລັກ ມູນພື້ນຖານຂອງລັດທິມາກ-ເລນິນ ແລະ ຕໍ່ມາໄດ້ເພີ່ມແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເປັນພື້ນຖານແຫ່ງແນວ ຄິດ-ທິດສະດີຂອງພັກເຮົາ.
KPL