ອີຣານ ມີຜູ້ເສຍຊີວິດກວ່າ 1.330 ຄົນ ຈາກການປະທະກັນ ກັບ ສ.ອາເມລິກາ-ອິດສະຣາແອນ

10/03/2026 20:55
Email Print 83
KPL - Asean 2024 ຜູ້ຕາງໜ້າ ອີຣານ ປະຈຳ ສະຫະປະຊາຊາດ (ສປຊ )ໃຫ້ຮູ້ວ່າ: ປະຊາຊົນຫລາຍກວ່າ 1.330 ຄົນ ໄດ້ເສຍຊີວິດ ໃນການປະທະກັນ ລະຫວ່າງ ອີຣານ ກັບ ສ.ອາເມລິກາ ແລະ ອິດສະຣາແອນ ໃນອາທິດຜ່ານມາ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ,  ເມື່ອບໍ່ດົນມານີ້, ຜູ້ຕາງໜ້າ ອີຣານ ປະຈຳ ສະຫະປະຊາຊາດ (ສປຊ  )ໃຫ້ຮູ້ວ່າ: ປະຊາຊົນຫລາຍກວ່າ 1.330 ຄົນ ໄດ້ເສຍຊີວິດ ໃນການປະທະກັນ  ລະຫວ່າງ ອີຣານ ກັບ ສ.ອາເມລິກາ ແລະ ອິດສະຣາແອນ ໃນອາທິດຜ່ານມາ

          ທ່ານເອກອັກຄະລັດຖະທູດ ອີຣານ Amir Saeid, ປະກາດຕົວເລກ ດັ່ງກ່າວ ຕໍ່ ບັນດານັກຂ່າວ ຢູ່ສຳນັກງານ ສປຊ ຢູ່ນະຄອນນິວຢອກ, ສ.ອາເມລິກາ.  ການເສຍຊີວິດ ແລະ ບາດເຈັບນັ້ນ ແມ່ນສູງກວ່າທົບເຄິ່ງ ເທົ່າຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດ ໃນບັ້ນສົງຄາມ 12 ວັນ ທີ່ເກີດຂຶ້ນ ເມື່ອເດືອນ ມິຖຸນາ 2025 ກັບ ອິດສະຣາແອນ.

          ໃນຂະນະນັ້ນ, ທ່ານປະທານາທິບໍດີ ສ.ອາເມລິກາ ໂດນັນ ທຣຳ ຖະແຫລງວ່າ ຈະບໍ່ເຊັນຂໍ້ຕົກລົງໃດໆກັບ ອີຣານ ຖ້າບໍ່ແມ່ນການຍອມຈຳນົນແບບບໍ່ມີເງື່ອນໄຂ”. ໃນບົດຂຽນທີພິມລົງ ໃນສື່ສັງຄົມອອນໄລ, ທ່ານໂດນັນ ທຣຳ ໃຫ້ຮູ້ວ່າ ພາຍຫລັງ ທີ່ ອີຣານ ຄັດເລືອກບຸກຄົນໜຶ່ງ ຫລື ຫລາຍການນຳໃໝ່ ທີ່ໄດ້ຮັບການຮັບຮອງ”, ສ.ອາເມລິກາ ພ້ອມກັບ ບັນດາ ພັນທະມິດ ຈະສົມທົບກັນ ເພື່ອຊ່ວຍ ອີຣານ ຫລີກລ້ຽງ ບັນດາວິກິດການ ອັນຮ້າຍແຮງ  ແລະ ຊຸກຍູ້ການຟື້ນຟູເສດຖະກິດ. /

KPL