ຫວຽດນາມ ເປັນປະທານຮ່ວມກອງປະຊຸມ ຄະນະກຳມະການຮ່ວມມືອາຊຽນ-ອັງກິດ ຄັ້ງທີ 5

07/03/2026 12:10
Email Print 83
KPL - Asean 2024 ກອງປະຊຸມ ຄະນະກຳມະການ ຮ່ວມມື ອາຊຽນ-ອັງກິດ ຄັ້ງທີ 5 ໂດຍຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ເປັນປະທານ ຮ່ວມກັບ ຄະນະຜູ້ຕາງໜ້າ ອັງກິດ ຢູ່ອາຊຽນ ປະຈຳ ຈາກາຕາ (ອິນໂດເນເຊຍ) ໄດ້ຈັດຂຶ້ນ ໃນວັນທີ 04 ມີນາ ຜ່ານມາ.

       ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ກອງປະຊຸມ ຄະນະກຳມະການ ຮ່ວມມື ອາຊຽນ-ອັງກິດ ຄັ້ງທີ 5 ໂດຍຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ເປັນປະທານ ຮ່ວມກັບ ຄະນະຜູ້ຕາງໜ້າ ອັງກິດ ຢູ່ອາຊຽນ ປະຈຳ ຈາກາຕາ (ອິນໂດເນເຊຍ) ໄດ້ຈັດຂຶ້ນ ໃນວັນທີ 04 ມີນາ ຜ່ານມາ. ກອງປະຊຸມ ດັ່ງກ່າວນີ້ ເພື່ອໃຫ້ອາຊຽນ ແລະ ອັງກິດ ສະຫລຸບ ໝາກຜົນ ການຮ່ວມມື ໃນໄລຍະ 5 ປີ ຜ່ານມາ, ກຳນົດທິດທາງ ຊຸກຍູ້ ການຮ່ວມມື ໃນໄລຍະຕໍ່ໄປ.

ທ່ານນາງ Helen Fazey, ເອກອັກຄະລັດຖະທູດ ອັງກິດ ປະຈຳ ອາຊຽນ  ໄດ້ຢືນຢັນວ່າ ອາຊຽນ ແມ່ນຄູ່ຮ່ວມມື ທີ່ມີ ຄວາມໄວ້ເນື້ອ ເຊື່ອໃຈ ແລະ ສ້າງສັນ”, ພ້ອມກັນນັ້ນ ກໍ່ແມ່ນເສົາຄ້ຳຈຸດສຸມ ໃນຍຸດທະສາດ ມະຫາສະໝຸດ ອິນເດຍ-ປາຊີຟິກ ຂອງ ອັງກິດ.

ອັງກິດ ຈະສະໜັບສະໜູນ ບົດບາດໃຈກາງ ຂອງ ອາຊຽນ ແມ່ນພື້ນຖານ ຂອງ ສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ, ພ້ອມກັນນັ້ນ ຍັງໃຫ້ຄຳໝັ້ນ ສັນຍາ ໃນການ ປັບປຸງ ການພົວພັນ ຢ່າງຍາວນານ, ມີຄວາມໄວ້ເນື້ອເຊື່ອໃຈ ເພື່ອມຸ່ງໄປສູ່ ການນຳເອົາ ຜົນປະໂຫຍດ ຢ່າງແທ້ຈິງ ມາໃຫ້ແກ່ ທັງໝົດ 11 ປະເທດສະມາຊິກ. ສ່ວນທ່ານຫົວໜ້າ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳອາຊຽນ ຢືນຢັນວ່າ  ຫວຽດນາມ ຈະສົມທົບກັບ ບັນດາປະເທດ ອາຊຽນ ຊຸກຍູ້ການປະຕິບັດໃຫ້ສຳເລັດ ກ່ຽວກັບ ບັນດາ ເປົ້າໝາຍ ໃນປີສະເຫລີມ ສະຫລອງ 5 ປີ ແຫ່ງການພົວພັນ, ໃນນັ້ນລວມມີ ການສ້າງແຜນການກະທຳ ອາຊຽນ-ອັງກິດ ໃນໄລຍະໃໝ່ (2027-2031) ຢ່າງແທ້ຈິງ ແລະ ສ້າງຖະແຫລງການຮ່ວມ ອາຊຽນ -ອັງກິດ ສຳລັບ ການຮ່ວມມື ໃນຂອບເຂດ ວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ -ປາຊີຟິກ ໃຫ້ສົມບູນແບບ./

 

KPL