ສ.ອາເມລິກາ ຈະຍົກລະດັບພາສີນຳເຂົ້າທົ່ວໂລກ ເພີ່ມຂຶ້ນ 15%ໃນອາທິດນີ້

07/03/2026 12:10
Email Print 83
KPL - Asean 2024 ທ່ານ Scott Bessent ລັດຖະມົນຕີການເງິນ ສ,ອາເມລິກາ, ແຈ້ງໃຫ້ຮູ້ວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ພວມສົ່ງເສີມ ຍົກລະດັບ ພາສີນຳເຂົ້າ ໃສ່ຫລາຍປະເທດ ແຕ່ 10% ຂຶ້ນ 15% ໃນອາທິດນີ້

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ , ວັນທີ 4 ມີນາ, ທ່ານ Scott Bessent ລັດຖະມົນຕີການເງິນ ສ,ອາເມລິກາ, ແຈ້ງໃຫ້ຮູ້ວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ພວມສົ່ງເສີມ ຍົກລະດັບ ພາສີນຳເຂົ້າ ໃສ່ຫລາຍປະເທດ ແຕ່ 10% ຂຶ້ນ 15% ໃນອາທິດນີ້ , ພ້ອມກັນນັ້ນ ກໍຊຸກຍູ້ ບັນດາ ການສືບສວນ ການຄ້າ ເພື່ອສ້າງພື້ນຖານ ນິຕິກຳ ໃຫ້ແກ່ ລະບົບ ພາສີອາກອນໃໝ່. ນີ້ຖືວ່າ ເປັນບາດກ້າວ ເດີນໃໝ່ ຂອງ ອຳນາດ ການປົກຄອງ ໂດນັນ ທຣຳ ເພື່ອແນໃສ່ ຟື້ນຟູ ລາຍການ ພາສີ ອາກອນ, ຍ້ອນວ່າ ສານສູງສຸດ ສ.ອາເມລິກາ ໄດ້ປະຕິເສດ ບັນດາ ລະດັບພາສີສະເພາະ ທີ່ ທ່ານໂດນັນ ທຣຳ ຈັດວາງໃສ່ ແຕ່ລະປະເທດ. ພາຍຫລັງ ການຕັດສິນ ດັ່ງກ່າວນັ້ນ, ທຳນຽບຂາວ ໄດ້ນຳໃຊ້ ມາດຕາ 122 ຂອງ ກົດໝາຍ ວ່າດ້ວຍ ການຄ້າ ປີ 1974 ເພື່ອຈັດວາງ ອັດຕາພາສີ 10%.

ຕາມຂໍ້ກຳນົດ, ລະດັບ ພາສີນີ້ ອາດສາມາດ ຍົກຂຶ້ນ 15% ໃນຂອບ ນິຕິກຳນີ້, ແຕ່ຈະຮັກສາໄວ້ ໃນໄລຍະເວລາ ພຽງແຕ່ 150 ວັນ ຖ້າບໍ່ໄດ້ຮັບການ ຕໍ່ກຳນົດເວລາ./

 

KPL