ຫວຽດນາມ ຈະບໍ່ປະໃຫ້ຄວາມໝັ້ນຄົງ ດ້ານພະລັງງານຖືກຕົກ ຢູ່ໃນທ່າຮັບ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ກອງປະຊຸມຖະແຫລງຂ່າວ ຂອງ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຂຶ້ນ ໃນວັນທີ 05 ມີນາ, ຢູ່ນະຄອນຫລວງ ຮ່າໂນ້ຍ, ເມື່ອຕອບຄຳຖາມ ກ່ຽວກັບ ການຮັບປະກັນ ບັນດາ ການເຄື່ອນໄຫວ ດ້ານການຄ້າ, ເສດຖະກິດ ແລະ ຮັບປະກັນ ຄວາມໝັ້ນຄົງ ດ້ານພະລັງງານ ຂອງ ຫວຽດນາມ ຕໍ່ສະພາບຄວາມເຄັ່ງຕຶງ ຢູ່ ຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ, ໂຄສົກ ກະຊວງ ການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ: ທ່ານ ຟ້າມມິນຈິງ ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ເຊັນ ຂໍ້ຕົກລົງ ສ້າງໜ່ວຍ ປະຕິບັດງານ ເພື່ອຮັບປະກັນ ຄວາມໝັ້ນຄົງ ດ້ານພະລັງງານ ຕໍ່ສະພາບການ ຜັນແປ ທີ່ ສັບສົນ ຂອງ ການປະທະກັນ ຢູ່ຕາເວັນອອກກາງ.
ໜ່ວຍປະຕິບັດງານດັ່ງກ່າວ ມີໜ້າທີ່ ຕິດຕາມ, ຕີລາຄາ, ຄາດຄະເນ ສະພາບການ ຈັດການ ຜັນຂະຫຍາຍ ປະຕິບັດ, ກວດກາ, ລວບລວມ ກໍຄື ວິທີການແກ້ໄຂ ຢ່າງທັນການ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ທີ່ກ່ຽວຂ້ອງ ຢ່າງເປັນປະຈຳ ເພື່ອຮັບປະກັນ ການສະໜອງ ນ້ຳມັນ ໃຫ້ແກ່ ການເຄື່ອນໄຫວ ຜະລິດ, ດຳເນີນທຸລະກິດ ແລະ ການບໍລິໂພກ ຂອງ ປະຊາຊົນຢ່າງພຽງພໍ. ເພື່ອໃຫ້ ບັນດາ ປະຕິກິຕິຍາ ດ້ານນະໂຍບາຍ ຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ, ບໍ່ປະໃຫ້ ຄວາມໝັ້ນ ຄົງດ້ານພະລັງງານ ຕົກຢູ່ໃນທ່າຮັບ./
