ສ.ອາເມລິກາ ຢຸດຕິການຊ່ວຍເຫລືອມະນຸດສະທຳໃຫ້ 7 ປະເທດ ອາຟຣິກາ

27/02/2026 08:30
Email Print 83
KPL - Asean 2024 ອຳນາດການປົກຄອງປະທານາທິບໍດີ ສ.ອາເມລິກາ ຂອງທ່ານ ໂດນັນ ທຣຳ ຈະຍົກເລີກທຸກໂຄງ ການຊ່ວຍ ເຫລືອມະນຸດສະທຳໃຫ້ແກ່ 7 ປະເທດ ອາຟຣິກາ, ລວມມີ:ບວກກິນາຟາໂຊ, ກາເມີຣູນ, ມາລາວີ, ມາລີ, ນິເຊ, ໂຊມາລີແລະ ຊິມບຳເວ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ອຳນາດການປົກຄອງປະທານາທິບໍດີ ສ.ອາເມລິກາ ຂອງທ່ານ ໂດນັນ ທຣຳ ຈະຍົກເລີກທຸກໂຄງການຊ່ວຍເຫລືອມະນຸດສະທຳໃຫ້ແກ່ 7 ປະເທດ ອາຟຣິກາ, ລວມມີ:ບວກກິນາຟາໂຊ, ກາເມີຣູນ, ມາລາວີ, ມາລີ, ນິເຊ, ໂຊມາລີແລະ ຊິມບຳເວ.

          ສຳລັບ ອາຟະການິດສະຖານ ແລະ ເຢເມນ, ອຳນາດການປົກຄອງ ສ.ອາເມລິກາອ້າງເຫດຜົນຄວາມສ່ຽງທີ່ວ່າແຫລ່ງອຸປະຖຳຖືກບັນດາອົງການກໍ່ການຮ້າຍສວຍໃຊ້, ເຫດຜົນທີ່ໄດ້ຍົກອອກມາໃນຄັ້ງນີ້ແມ່ນບໍ່ມີສ່ວນກ່ຽວຂ້ອງຢ່າງພຽງພໍລະຫວ່າງການເຄື່ອນໄຫວຊ່ວຍເຫລືອມະນຸດສະທຳ ແລະຜົນປະໂຫຍດແຫ່ງຊາດຂອງ ສ.ອາເມລິກາ”.

          ໃນນັ້ນ ມີເອທີໂອປີ, ຊູດານ ແລະ ກົງໂກ, ຈະສືບຕໍ່ໄດ້ຮັບການຊ່ວຍເຫລືອຕາມກົນໄກທີ່ຫາກໍ່ໄດ້ສ້າງຂຶ້ນຄືນໃໝ່ກັບສປຊ./.

 

KPL