ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ສອງຊາດ ລາວ-ຫວຽດນາມ ເຂົ້າສູ່ລວງເລິກ ແລະ ກາຍເປັນຕົວຈິງ ໃນທຸກຂົງເຂດ
![]()
ຂປລ. ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ແມ່ນພວມກ້າວເຂົ້າສູ່ລວງເລິກ ແລະ ແທດຕົວຈິງ ໃນທຸກຂົງເຂດ. ໃນນັ້ນ, ເນື້ອໃນຈິດໃຈຂອງ “ຫຸ້ນສ່ວນຍຸດທະສາດ” ຈະແມ່ນພື້ນຖານອັນໜັກແໜ້ນ ເພື່ອຊຸກຍູ້ສາຍພົວພັນການຮ່ວມມືໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຢ່າງແຂງແຮງ, ໂດຍສະເພາະແມ່ນການເຊື່ອມຈອດທາງດ້ານວິໄສທັດ ແລະ ເປົ້າໝາຍ, ນະໂຍບາຍ ແລະ ຍຸດທະສາດການພັດທະນາ, ພື້ນຖານໂຄງລ່າງ ແລະ ຂະຫຍາຍຂອບເຂດການພັດທະນາ, ການສຶກສາ, ການບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ເພື່ອແນໃສ່ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ. ໃນທ່າມກາງບັນຍາກາດທີ່ສອງປະເທດ ຫາກໍໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຢ່າງສຳເລັດຜົນ, ການເນັ້ນໜັກ ແລະ ຈັດຕັ້ງປະຕິບັດເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ມີຄວາມໝາຍສຳຄັນເປັນພິເສດ, ເພາະວ່ານີ້ແມ່ນຂະບວນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ໃຫ້ເປັນຮູບປະທຳ ດ້ວຍການປະສານສົມທົບຢ່າງແໜ້ນແຟ້ນ, ກົມກຽວ ແລະ ມີປະສິດທິຜົນສູງສຸດ ລະຫວ່າງ ສອງພັກ, ສອງລັດ.
ເປົ້າໝາຍຍຸດທະສາດຂອງສອງຝ່າຍ ແມ່ນການສືບຕໍ່ຊຸກຍູ້ສາຍພົວພັນ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ແທດຕົວຈິງ, ມີປະສິດທິຜົນ ແລະ ຍືນຍົງ, ບໍ່ພຽງແຕ່ທາງດ້ານການເມືອງເທົ່ານັ້ນ ແຕ່ຍັງຕ້ອງມີການຕິດພັນກັນຢ່າງ
ແໜ້ນແຟ້ນທາງດ້ານເສດຖະກິດ ໂດຍຜ່ານການເຊື່ອມຈອດພື້ນຖານໂຄງລ່າງ, ການວາງແຜນຜັງພັດທະນາເສດຖະກິດ ແລະ ຄວາມຜູກພັນພິເສດລະຫວ່າງປະຊາຊົນສອງຊາດ, ພ້ອມທັງເສີມຂະຫຍາຍບັນດາມູນເຊື້ອ, ກົນໄກ ແລະ ຮູບແບບການຮ່ວມມືທີ່ມີຢູ່ແລ້ວ. ນີ້ແມ່ນພື້ນຖານກຳລັງແຮງທີ່ສຳຄັນອັນດັບໜຶ່ງ ສຳລັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ລາວ ແລະ ຫວຽດນາມ;ຫວຽດນາມ-ລາວ ແມ່ນກົດເກນແຫ່ງປະຫວັດສາດ, ແມ່ນແຫລ່ງພະລັງ ແລະ ແຮງຊຸກດັນ ເພື່ອໃຫ້ສອງປະເທດສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ແກ່ຄົນລຸ້ນຫລັງຕໍ່ໆໄປ. ໃນໂອກາດຢ້ຽມຢາມ ສປປ ລາວ ທີ່ຜ່ານມາ, ທ່ານເລຂາທິການໃຫຍ່ ໂຕ ເລິມ ໄດ້ເນັ້ນໜັກວ່າ: “ສອງພັກ, ສອງລັດ, ປະຊາຊົນສອງຊາດ ໄດ້ຮ່ວມແຮງຮ່ວມໃຈສາມັກຄີກັນໃນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດ ແລະ ປົກປັກຮັກສາເອກະລາດ, ສະນັ້ນ ໃນໄລຍະການພັດທະນາໃໝ່ນີ້ ຈະເຮັດແນວໃດເພື່ອໃຫ້ພວກເຮົາຮ່ວມມືກັນ ແລະ ພັດທະນາໄປພ້ອມໆກັນ”.
ໃນຕໍ່ໜ້າ, ສອງຝ່າຍຈະສຸມໃສ່ຊຸກຍູ້ການຮ່ວມມືຮອບດ້ານ, ກົມກຽວໃນທຸກຂົງເຂດຈຸດສຸມ; ພ້ອມທັງປະສານສົມທົບໃນການວາງຍຸດທະສາດການພັດທະນາໃຫ້ສອດຄ່ອງ ແລະ ເອກະພາບກັນໃນບັນດາມາດຕະການລະອຽດ ເພື່ອແນໃສ່ຜັນຂະຫຍາຍເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ໃນບັນດາຂົງເຂດການຮ່ວມມືໃຫ້ເປັນຮູບປະທຳ.
ໜຶ່ງ: ສືບຕໍ່ຊຸກຍູ້ສາຍພົວພັນດ້ານການເມືອງໃຫ້ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນສູງກວ່າເກົ່າ, ເປັນແກນກາງຍຸດທະສາດໃນການກຳນົດທິດທາງລວມຂອງສາຍພົວພັນການຮ່ວມມືລະຫວ່າງສອງປະເທດ; ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາຍຸດທະສາດທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາຂອງແຕ່ລະປະເທດ; ຮັກສາກົນໄກການແລກປ່ຽນ ແລະ ການພົບປະຂັ້ນສູງລະຫວ່າງສອງພັກ, ສອງລັດ ໃຫ້ມີຄວາມເປັນປົກກະຕິ ແລະ ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນທິດສະດີ ແລະ ພຶດຕິກຳຕົວຈິງ, ຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງ; ພ້ອມກັນນັ້ນ ກໍປະສານສົມທົບກັນຜັນຂະຫຍາຍບັນດາຂໍ້ລິເລີ່ມທີ່ເປັນບາດກ້າວບຸກທະລຸໃນການພັດທະນາເສດຖະກິດ-ສັງຄົມ, ສ້າງສະຖຽນລະພາບດ້ານເສດຖະກິດມະຫາພາກ, ການເຊື່ອມໂຍງສາກົນ ແລະ ບັນດາບັນຫາໃໝ່ທີ່ກອງປະຊຸມໃຫຍ່ຂອງແຕ່ລະພັກໄດ້ວາງອອກ.
ສອງ: ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຖືເປັນເສົາຄ້ຳແຫ່ງການຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ. ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດອະນຸສັນຍາ ແລະ ແຜນການຮ່ວມມືປະຈຳປີ ລະຫວ່າງ ສອງກະຊວງປ້ອງກັນປະເທດ ແລະ ສອງກະຊວງປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນ; ປະສານສົມທົບໃນການຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ມິດຕະພາບ; ສະກັດກັ້ນ ແລະ ຕ້ານບັນດາອາຊະຍາກຳຂ້າມຊາດ ແລະ ສິ່ງທ້າທາຍດ້ານຄວາມສະຫງົບຮູບແບບໃໝ່ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງແຕ່ລະປະເທດ.
ສາມ: ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສອງຝ່າຍຕ້ອງສຸມໃສ່ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ, ມີລັກສະນະບຸກທະລຸຍຸດທະສາດ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພັດທະນາພື້ນຖານໂຄງລ່າງ, ເຮັດໃຫ້ຂົງເຂດນີ້ກາຍເປັນເສົາຄ້ຳ ຫຸ້ນສ່ວນຍຸດທະສາດ, ໃຫ້ສົມກັບລະດັບຄວາມສຳຄັນຂອງສາຍພົວພັນພິເສດ ລາວ-ຫວຽດນາມ. ຈຸດສຸມແມ່ນການເພີ່ມທະວີການເຊື່ອມຈອດລະຫວ່າງສອງພື້ນຖານເສດຖະກິດ ທາງດ້ານສະຖາບັນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ ແລະ ໂລຈິສຕິກ, ໂທລະຄົມມະນາຄົມ, ການທ່ອງທ່ຽວ ແລະ ອື່ນໆ; ຜັນຂະຫຍາຍບັນດາໂຄງການລົງທຶນຈຸດສຸມທີ່ມີລັກສະນະແຜ່ຂະຫຍາຍສູງ; ສະໜັບສະໜູນລາວ ໃນການເສີມຂະຫຍາຍບົດບາດເປັນ “ປະເທດເຊື່ອມຈອດ” ໃນພາກພື້ນ, ພ້ອມທັງຂະຫຍາຍຂອບເຂດການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດຂອງ ຫວຽດນາມ.
ສີ່: ກ່ຽວກັບດ້ານວັດທະນະທຳ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ສອງຝ່າຍສືບຕໍ່ກຳ ນົດວ່າ ນີ້ແມ່ນພື້ນຖານອັນຍືນຍົງ ແລະ ຍາວນານ ຂອງສາຍພົວພັນພິເສດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດດີເພື່ອໃຫ້ການນຳຂັ້ນສູງສອງປະເທດ ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ, ເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ, ເພື່ອຮັບປະກັນການສືບທອດຢ່າງຕໍ່ເນື່ອງ ແລະ ຍືນຍົງ ຂອງສາຍພົວພັນສອງປະເທດຜ່ານຫລາຍເຊັ່ນຄົນ.
ຫ້າ: ກ່ຽວກັບບັນດາແຜນງານ ແລະ ໂຄງການຮ່ວມມືລະອຽດ, ສອງຝ່າຍໄດ້ກວດກາຄືນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສັນຍາການຮ່ວມມືສອງຝ່າຍທີ່ໄດ້ລົງນາມຮ່ວມກັນ; ພ້ອມທັງກຳນົດ ແລະ ຊຸກຍູ້ບັນດາໂຄງການຈຸດສຸມ ທີ່ເປັນສັນຍະລັກແຫ່ງສາຍພົວພັນຂອງສອງປະເທດ, ເພື່ອແນໃສ່ຫັນປ່ຽນຄຳໝັ້ນສັນຍາທາງດ້ານການເມືອງໃຫ້ກາຍເປັນໝາກຜົນແຫ່ງການຮ່ວມມືທີ່ແທດຕົວຈິງ, ມີປະສິດທິຜົນ ແລະ ນຳເອົາຜົນປະໂຫຍດໂດຍກົງມາສູ່ປະຊາຊົນສອງຊາດ.
ໃນຕໍ່ໜ້າ, ເຊື່ອໝັ້ນວ່າ ເນື້ອໃນຈິດໃຈຂອງ “ຫຸ້ນສ່ວນຍຸດທະສາດ” ຈະຖືກຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ຈັດຕັ້ງປະຕິບັດຢ່າງກົມກຽວໃນທຸກຂົງເຂດ, ກາຍເປັນແຮງຊຸກດັນເພື່ອສືບຕໍ່ຊຸກຍູ້ສາຍພົວພັນ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ ແລະ ແທດຕົວຈິງ, ໂດຍສະເພາະແມ່ນການເຊື່ອມຈອດທາງດ້ານວິໄສທັດ, ເປົ້າໝາຍ, ນະໂຍບາຍ ແລະ ຍຸດທະສາດການພັດທະນາ, ພື້ນຖານໂຄງລ່າງ ແລະ ຂະຫຍາຍຂອບເຂດການພັດທະນາ, ການສຶກສາ, ການບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ, ສິ່ງດັ່ງກ່າວຈະປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງປະເທດ ນັບມື້ນັບແຕກດອກອອກຜົນ, ໝັ້ນຄົງທະໜົງແກ່ນຕະຫລອດກາລະນານ.
