ສ.ເກົາຫລີ ລົງທຶນພັດທະນາເອໄອ-ຊິບຜ່ານກອງທຶນລັດ ຫລາຍກວ່າ 2 ໝື່ນລ້ານໂດລາ

18/12/2025 07:20
Email Print 83
KPL - Asean 2024 ສ.ເກົາຫລີ ກຽມເພີ່ມເງິນລົງທຶນຫລາຍກວ່າ 30 ພັນຕື້ວອນ(2,04 ໝື່ລ້ານໂດລາສະຫະລັດ) ໃນປີ 2026 ເພື່ອເລັ່ງພັດທະນາ ປັນຍາປະດິດ (AI) ເຊມິຄອນດັກເຕີຣ ແລະ ອຸດສາຫະກຳຂັ້ນສູງ, ຜ່ານການຈັດຕັ້ງກອງທຶນ ການເຕີບໂຕພາກລັດ (Public Growth Fund) ເຊິ່ງເປັນກອງທຶນໃໝ່.

ຂປລ. ສຳນັກຂ່າວ ອິນໂຟເຄວສ:​ ສ.ເກົາຫລີ ກຽມເພີ່ມເງິນລົງທຶນຫລາຍກວ່າ 30 ພັນຕື້ວອນ(2,04 ໝື່ລ້ານໂດລາສະຫະລັດ) ໃນປີ 2026 ເພື່ອເລັ່ງພັດທະນາ ປັນຍາປະດິດ (AI) ເຊມິຄອນດັກເຕີຣ ແລະ ອຸດສາຫະກຳຂັ້ນສູງ, ຜ່ານການຈັດຕັ້ງກອງທຶນ ການເຕີບໂຕພາກລັດ (Public Growth Fund) ເຊິ່ງເປັນກອງທຶນໃໝ່.

ການລົງທຶນດັ່ງກ່າວ ເປັນສ່ວນໜຶ່ງ ຂອງ ໂຄງການ ດ້ວຍມູນຄ່າ 150 ພັນຕື້ວອນ (1,02 ແສນລ້ານໂດລາສະຫະລັດ) ຊຶ່ງເປັນນະໂຍບາຍ ເສດຖະກິດສຳຄັນ ຂອງ ປະທານາທິບໍດີ ອີ ແຈ-ມະຍອງ ໂດຍມີເປົ້າໝາຍ ຊຸກຍູ້ການນໍາເອໄອ ມາໃຊ້ງານຢ່າງຈິງຈັງ ແລະ ສະໜັບສະໜູນອຸດສາຫະກຳ ຍຸດທະສາດເຊັ່ນ: ຊິບ ແບດເຕີຣີ ທຸຕິຍະພູມ ແລະ ເຕັກໂນໂລຊີ ຊີວະພາບ ພາຍໃນໄລຍະເວລາ 5 ປີ.

ຄະນະບໍລິການ ທາງການເງິນ ຂອງ ສ.ເກົາຫລີ ລະບຸວ່າ:​ ປີໜ້າ ຈະມີການ ຈັດສັນເງິນລົງທຶນ 6 ພັນຕື້ວອນ (4,1 ຕື້ໂດລາສະຫະລັດ) ສຳລັບ ການພັດທະນາ ເອໄອ , ຂະນະທີ່ ອຸດສາຫະກຳ ເຊມິຄອນດັກເຕີຣ ຈະໄດ້ຮັບງົບ 4,2 ພັນຕື້ວອນ (2,9 ຕື້ໂດລາສະຫະລັດ) ແລະ ພາກການຄົມມະນາຄົມ ແຫ່ງອະນາຄົດ ຈະໄດ້ຮັບເງິນລົງທຶນ 3,1 ພັນຕື້ວອນ(2,1 ຕື້ໂດລາສະຫະລັດ).

KPL