ອັງກິດ ຈະບັງຄັບໃຊ້ກົດໝາຍຄວບຄຸມ ສະກຸນເງິນດີຈິຕອນ
Email
Print
83
KPL - Asean 2024
ລັດ ຖະບານ ອັງກິດ ປະກາດກົດໝາຍ ກຳກັບດູແລ ບໍລິສັດ ສະກຸນເງິນ ດີຈິຕອນ ເຊິ່ງຈະເລີ່ມ ບັງຄັບໃຊ້ ໃນປີ 2027, ໂດຍກົດລະບຽບ ດັ່ງກ່າວ ຈະຊ່ວຍ ສະໜັບສະໜູນ ອຸດສາຫະກຳ ແລະ ການຄຸ້ມຄອງຜູ້ບໍລິໂພກ.
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ລອນດອນ ຂອງ ອັງກິດ ເມື່ອບໍ່ດົນມານີ້ວ່າ: ລັດ ຖະບານ ອັງກິດ ປະກາດກົດໝາຍ ກຳກັບດູແລ ບໍລິສັດ ສະກຸນເງິນ ດີຈິຕອນ ເຊິ່ງຈະເລີ່ມ ບັງຄັບໃຊ້ ໃນປີ 2027, ໂດຍກົດລະບຽບ ດັ່ງກ່າວ ຈະຊ່ວຍ ສະໜັບສະໜູນ ອຸດສາຫະກຳ ແລະ ການຄຸ້ມຄອງຜູ້ບໍລິໂພກ.
ນອກນັ້ນ, ກະຊວງ ການເງິນ ຂອງ ອັງກິດ ຍັງຖະແຫລງວ່າ ບໍລິສັດສະກຸນເງິນ ດິຈິຕອນ ຈະຢູ່ພາຍໃຕ້ ການກຳກັບດູແລທາງການເງິນ (ເອຟຊີເອ) ເຊັ່ນດຽວກັບ ຜູ້ໃຫ້ບໍລິການຜະລິດຕະພັນ ທາງການເງິນອື່ນໆ ເພື່ອປະຕິບັດຕາມ ມາດຕະຖານຄວາມໂປ່ງໃສ ທີ່ກຳນົດໄວ້. ຢ່າງໃດກໍຕາມ ກົດລະບຽບ ຂອງຮອບການເຮັດວຽກສະເພາະ ຈະໄດ້ຮັບການເຜີຍແພ່ ໃນປີ 2026./
