ສ.ອາເມລິກາ ນຳເຂົ້າມືຖື ຈາກ ຫວຽດນາມ ຫລຸດລົງຕໍ່າສຸດ ໃນຮອບ 5 ປີ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຫວຽດນາມ ເປີດເຜີຍຂໍ້ມູນການຄ້າ ຊຶ່ງສະແດງໃຫ້ເຫັນວ່າ: ຍອດການ ນໍາເຂົ້າ ໂທລະສັບມືຖື ແລະ ອຸປະກອນຕ່າງໆ ຈາກ ຫວຽດນາມ ຂອງ ສ.ອາເມລິກາ ໃນເດືອນພະຈິກ ຫລຸດລົງລະດັບຕໍ່າສຸດ ໃນຮອບ 5 ປີ, ເນື່ອງຈາກ ຄວາມບໍ່ແນ່ນອນ ທາງດ້ານການຄ້າ ແລະ ກຳລັງຊື້ຂອງຜູ້ບໍລິໂພກ ທີ່ຢຸດຈຶ້ງ, ສົ່ງຜົນກະທົບໂດຍກົງ ຕໍ່ກຸ່ມຜູ້ສົ່ງອອກລາຍໃຫຍ່, ໂດຍສະເພາະ ຍີ່ຫໍ້ຊໍາຊຸງ ເອເລັກໂຕຣນິກ (Samsung Electronics).
ເຖິງແມ່ນວ່າ ສິນຄ້າກຸ່ມໂທລະສັບ ຈະໄດ້ຮັບການຍົກເວັ້ນພາສີ ນຳເຂົ້າ ຈາກ ສ.ອາເມລິກາ ແຕ່ຂໍ້ມູນ ໄດ້ຊີ້ແຈງວ່າ ຄວາມບໍ່ແນ່ນອນ ທາງການຄ້າ ໄດ້ສົ່ງຜົນກະທົບ ຕໍ່ຂະແໜງການສົ່ງອອກ ຫວຽດນາມ ຕະຫລອດທັງປີ. ໂດຍາະເພາະ ເດືອນມັງກອນ ຍອດການສົ່ງອອກ ສິນຄ້າ ດັ່ງກ່າວ ເພີ່ມຂຶ້ນສູງສຸດ ຈົນຮອດເດືອນພະຈິກ ພາຍຫລັງລັດຖະບານ ໂດນັນ ທຣຳ ຂອງ ສ.ອາເມລິກາ ປະກາດຍົກເວັ້ນ ພາສີ ອັດຕາສູງ ໃຫ້ແກ່ ກຸ່ມສິນຄ້າ ໂທລະສັບ ແລະ ເອເລັກໂຕຣນິກ. ຢ່າງໃດກໍ່ຕາມ ນັບແຕ່ ເດືອນສິງຫາ ເປັນຕົ້ນມາ ຍອດການຈັດສົ່ງ ໂທລະສັບ ພັດເລີ່ມຫລຸດລົງ ຢ່າງວ່ອງໄວ ເຊິ່ງສອດຄ່ອງກັບ ໄລຍະເວລາ ທີ່ເລີ່ມມີການ ເກັບພາສີ ສິນຄ້າ ຫວຽດນາມ ໃນອັດຕາ 20%, ເຖິງແມ່ນວ່າສິນຄ້າກຸ່ມນີ້ ຈະໄດ້ຮັບຂໍ້ຍົກເວັ້ນດັ່ງກ່າວຢູ່ກໍຕາມ./
