ສປຈີນ ຂະຫຍາຍເວລາວິຊ້າ ໃຫ້ກັບ 45 ປະເທດ ຈົນເຖິງທ້າຍປີ 2026
Email
Print
83
KPL - Asean 2024
ຈີນ ຈະຂະຫຍາຍເວລາ ນະໂຍບາຍ ການຍົກເວັ້ນວິຊ້າ (visa-free) ໃຫ້ກັບ 45 ປະເທດ ລວມທັງ ຝຣັ່ງ, ເຢຍລະມັນ ແລະ ແອັດສະປາຍ ຈົນເຖິງ ວັນທີ 31 ທັນວາ ປີ 2026
![]()
ຂປລ. ສຳນັກຂ່າວ ອິນໂຟເຄວສ, ກະຊວງ ການຕ່າງປະເທດ ຈີນ ປະກາດ ເມື່ອບໍ່ດົນມານີ້, ຈີນ ຈະຂະຫຍາຍເວລາ ນະໂຍບາຍ ການຍົກເວັ້ນວິຊ້າ (visa-free) ໃຫ້ກັບ 45 ປະເທດ ລວມທັງ ຝຣັ່ງ, ເຢຍລະມັນ ແລະ ແອັດສະປາຍ ຈົນເຖິງ ວັນທີ 31 ທັນວາ ປີ 2026 ແລະ ຈະຂະຫຍາຍ ໂຄງການ ໃຫ້ຄວບຄຸມ ປະເທດ ສະວິດ ໂດຍຈະມີຜົນບັງຄັບໃຊ້ ຕັ້ງແຕ່ ວັນທີ 10 ພະຈິກນີ້.
ກົມກິດຈະການ ກົງສູນ ຂອງ ກະຊວງ ການຕ່າງປະເທດ ລະບຸ ໃນຖະແຫລງການວ່າ: ການຂະຫຍາຍ ເວລາດັ່ງກ່າວ ຄວບຄຸມ 32 ປະເທດ ໃນເອີຣົບ , ລວມເຖິງ ອົດສະຕຣາລີ, ນູແວນເຊລັງ, ຍີ່ປຸ່ນ, ສ.ເກົາຫລີ ແລະ ອີກຫລາຍປະເທດ ໃນອາເມລິກາໃຕ້ ແລະ ພາກພື້ນອ່າວ. ພາຍໃຕ້ ນະໂຍບາຍ ດັ່ງກ່າວ ຜູ້ທີ່ເດີນທາງ ມາຈາກ ປະເທດທີ່ມີສິດ ສາມາດ ເດີນທາງເຂົ້າ ຈີນ ເພື່ອເປົ້າໝາຍ ທາງ ທຸລະກິດ, ການທ່ອງທ່ຽວ, ການຢ້ຽມຢາມ ຄອບຄົວໄດ້ນານທີ່ສຸດ 30 ວັນ ໂດຍບໍ່ຕ້ອງໃຊ້ວິຊ້າ./
