ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025
ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ໄຂຂຶ້ນໃນວັນທີ 3 ແລະ ອັດລົງໃນວັນທີ 4 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍານະຄອນຫວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕ່ໍການສະຫລຸບວຽກງານປະຈຳ ເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂ້ໍທີ່ສໍາຄັນຄື: ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການປະຈໍາເດືອນພະຈິກ 2025 ຂອງລັດຖະບານ; ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ການກະກຽມຄວາມພ້ອມລາຍງານຕ່ໍກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ລາຍງານສະພາບສາກົນ ແລະ ພາກພື້ນທີ່ພົ້ນເດັ່ນ; ລາຍງານສະພາບ ພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນນີ້, ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ 2025 ເຫັນວ່າເຖິງສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕ່ໍການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາທັງທາງກົງ ແລະ ທາງອ້ອມຢ່າງຫລີກລ່ຽງບໍ່ໄດ້, ແຕ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນໄດ້ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ກໍານົດໄວ້ໃນບັນດາມະຕິຂອງສະພາແຫ່ງຊາດ, ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາຕາມມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ໄດ້ມີຜົນສໍາເລັດຫລາຍດ້ານເປັນຕົ້ນທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພ້ືນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 59.858 ຕ້ືກີບ ເທ່ົາກັບ 88% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 47.631 ຕື້ກີບ ເທົ່າ ກັບ 67% ຂອງແຜນປີ; ການຄວບຄຸມອັດຕາເງິນເຟີ້ຫລຸດລົງຈາກ 4,5% ໃນເດືອນກັນຍາເປັນ 4% ໃນເດືອນຕຸລາ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າ 5,24 ເດືອນ; ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າໂດຍສະເພາະການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າເຂັ້ມງວດຫລາຍຂຶ້ນ; ໄດ້ສຸມໃສ່ການຜະລິດກະສິກຳເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ; ໄດ້ສຳເລັດການກວດກາ, ປະເມີນຄືນທັງໝົດບັນດາໂຄງການຂຸດຄົ້ນແຮ່ທາດ, ພ້ອມທັງໄດ້ແກ້ໄຂບັນດາໂຄງການທີ່ຖືກຈັດຢູ່ໃນປະເພດອ່ອນ ແລະ ຫັນໂຄງການທົດລອງເປັນໂຄງການຕາມກົນໄກປົກກະຕິ; ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນ ຂະໜາດນ້ອຍ 5 ເມກາວັດລົງມາເສີມໃສ່ສະຖານີໄຟຟ້າ ໃນຈຸດທີ່ຂາດເຂີນໄຟຟ້າ, ສຸມໃສ່ຊຸກຍູ້ໂຄງການພະລັງງານໄຟຟ້າທີ່ໄດ້ຮັບອະນຸມັດແລ້ວໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ໂດຍສຸມໃສ່ ປະຕິບັດໂຄງການກ່ໍສ້າງທ່ີເປັນບຸລິ ມະສິດຂອງລັດຖະບານ, ໂຄງການ ຟື້ນຟູທາງຫລວງທີ່ເປ່ເພ ແລະ ໄດ້ ຮັບຜົນກະທົບຈາກໄພທຳມະຊາດ ເພື່ອສາມາດສັນຈອນໄປ-ມາໄດ້ ສະດວກ, ທັງເຊື່ອມຈອດເຊື່ອມ ໂຍງພາຍໃນພາກພື້ນ ແລະ ສາກົນເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ໄດ້ແກ້ໄຂບັນຫາການຂາດເຂີນຄູສອນໄດ້ໂດຍພື້ນຖານ ແລະ ການປະລະການຮຽນມີທ່າອ່ຽງດີຂ້ຶນ, ທັງໄດ້ສຸມໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກປິ່ນອ້ອມຕ່າງໆໃຫ້ແກ່ມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງ ທີ 4, ບຸນນະມັດສະການພະທາດຫລວງ, ການສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ; ໄດ້ສຸມໃສ່ໃຫ້ການຊ່ວຍເຫລືອແກ່ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນປີຜ່ານມາ ໂດຍສະເພາະໄດ້ສະໜອງງົບປະມານ ເພື່ອຊຳລະໂຄງການຟື້ນຟູສຸກເສີນລວມ 82 ໂຄງການ, ມູນ ຄ່າເກືອບ 95 ຕື້ກີບ; ໄດ້ເອົາໃຈໃສ່ ເຄື່ອນໄຫວວຽກງານຕ່າງປະເທດຢ່າງມີໄຫວພິບໂດຍສໍາເລັດການກະກຽມ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາຂັ້ນສູງຂອງພັກ-ລັດ, ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການຂອງຜູ້ນໍາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຢູ່ ສປປ ລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວກໍຍັງມີວຽກງານຈຳນວນໜຶ່ງທ່ີຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນການແກ້ໄຂປະກົດການຫຍໍ້ທ້ໍທາງດ້ານສັງຄົມ, ບັນຫາຄ່າຄອງຊີບ, ລາຄາສິນຄ້າ-ໄຟຟ້າ-ນ້ໍາມັນເຊື້ອໄຟທີ່ປັບຂຶ້ນບາງໄລຍະ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ, ການພັດທະນາ-ປັບປຸງພື້ນຖານໂຄງລ່າງເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ. ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025 ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ບັນດາວຽກງານສໍາຄັນເປັນຕົ້ນສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສືບຕໍ່ລົງກໍ່ສ້າງຮາກຖານ ການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນວຽກ ງານ 3 ສ້າງ ໂດຍສະເພາະຢູ່ຈຸດຫລໍ່ແຫລມ ແລະ ເຂດຫ່າງໄກສອກຫລີກ; ສືບຕໍ່ແກ້ໄຂປະກົດການຫຍ້ໍທໍ້ທາງສັງຄົມໃຫ້ຫລຸດໜ້ອຍຖອຍ ລົງ; ສືບຕໍ່ປະຕິບັດແຜນປ້ອງກັນຮັກສາຄວາມສະຫງົບປອດໄພໃຫ້ແກ່ງານສະເຫລີມສະຫລອງວັນຊາດ ຄົບຮອບ 50 ປີ ແລະ ມະຫະກໍາກິລາແຫ່ງຊາດ ຄັ້ງທີ 12.
ພ້ອມນ້ີ, ສືບຕ່ໍກະກຽມບັນດາເນ້ືອໃນທ່ີຈະນຳໄປລາຍງານຕ່ໍກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດທັນກໍານົດເວລາ; ສືບຕ່ໍກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫລີມສະຫລອງວັນສຳຄັນຂອງພັກ-ລັດ ແລະ ບຸນປະເພນີຕ່າງໆເປັນຕົ້ນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ມະຫະກໍາກິລາແຫ່ງຊາດ ຄັ້ງທີ 12; ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ- ການເງິນເປັນຕ້ົນມາດຕະການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ມາດຕະການແກ້ໄຂໜີ້ສິນ, ມາດຕະການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ, ມາດຕະການສ່ົງເສີມການຜະລິດສິນຄ້າທົດແທນການນຳເຂົ້າຕິດພັນກັບການສ້າງເສດຖະກິດຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ); ສືບຕໍ່ສຸມໃສ່ການຄຸ້ມຄອງບັນດາໂຄງການແຮ່ທາດໃຫ້ໄປຕາມກົດໝາຍ ແລະ ລະບຽບການ, ສືບຕ່ໍປະຕິບັດມາດຕະການຕໍ່ໂຄງການແຮ່ທາດທີ່ໄດ້ຜ່ານການປະເມີນ ແລະ ຈັດຢູ່ໃນປະເພດອ່ອນຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ສືບ ຕໍ່ຊຸກຍູ້ສົ່ງເສີມບັນດາໂຄງການທ່ີ ຢູ່ໃນໄລຍະຂຸດຄົ້ນໃຫ້ດໍາເນີນການ ປຸງແຕ່ງເປັນຜະລິດຕະພັນສຳເລັດ ຮູບ, ຫລຸດຜ່ອນການສ່ົງອອກວັດຖຸດິບ ໂດຍສະເພາະແຮ່ທາດທີ່ເປັນທ່າແຮງ; ສືບຕ່ໍປັບປຸງກົງຈັັກການຈັດຕັ້ງຕາມມະຕິຂອງຄະນະບໍລິ ຫານງານສູນກາງພັກ ເລກທີ 03/ ຄບສພ ແລະ ມະຕິຂອງສະພາແຫ່ງ ຊາດ ເລກທີ 05/ສພຊ ໂດຍສະເພາະການສ້າງຕາແສງໃຫ້ສໍາເລັດຕາມແຜນກໍານົດ; ສືບຕ່ໍແກ້ໄຂບັນຫາຄູອາສາສະໝັກ ແລະ ແພດອາສາສະໝັກຕາມໂກຕ້າລັດຖະກອນທ່ ໄດ້ອະນຸມັດແລ້ວນັ້ນ ໃຫ້ສຳເລັດ ໄວ ຊຶ່ງການຈັດສັນໂກຕ້າຕ້ອງ ຮັບປະກັນຖືກເປ້ົາໝາຍຄູ ແລະ ແພດທ່ີເປັນອາສາສະໝັກ; ສືບຕ່ໍຕິດຕາມຊຸກຍູ້ການເຄື່ອນໄຫວວຽກ ງານຂອງບໍລິສັດ, ແຮງງານຢູ່ບັນ ດາເຂດເສດຖະກິດພິເສດ, ເຂດອຸດສາຫະກຳ, ນິຄົມອຸດສາຫະກຳໃຫ້ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ສືບຕໍ່ພັດທະນາສີມືແຮງງານລາວໃຫ້ມີຄຸນນະພາບ, ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມ ຄວາມດີລວມທັງຜູ້ທ່ີປະກອບສ່ວນໃນຂະບວນການສະເຫລີມສະຫລອງວັນຊາດ ຄົບຮອບ 50 ປີ; ສືບ ຕໍ່ຈັດຕັ້ງປະຕິບັດມະຕິ 165/ສພຊ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກ່ໍສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ກໍຄືມະຕິ 10/ລບ, ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບຸລິມະສິດ, ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ສຳເລັດຕາມແຜນທັງ ຮີບຮ້ອນອອກຄຳແນະນຳກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທາງສໍາລັບເສັ້ນທາງສາຍເກົ່າທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາໃຫ້ເປັນເອກະພາບ ກັນໃນທົ່ວປະເທດ; ຄົ້ນຄວ້ານະໂຍບາຍຕໍ່ 2 ແຂວງ (ແຂວງຫົວພັນ ແລະ ແຂວງຜົ້ງສາລີ) ທີ່ເປັນແຂວງທີ່ໝັ້ນຂອງການປະຕິວັດໃຫ້ສໍາເລັດໄວ; ຜັນຂະຫຍາຍຜົນກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ
