ກັງຫັນລົມແຄມຝັ່ງຂະໜາດໃຫຍ່ທີ່ສຸດໃນໂລກເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກເມືອງ ຈິ່ຫນານ ປະເທດຈີນ ວ່າ: ບໍລິສັດຕົງຟາງ ອີເລັກທຣິກ ວິນ ພາວເວີຣຈຳກັດ ເປັນ ຜູ້ພັດທະນາກັງຫັນລົມ ຂອງ ຈີນ ເປີດເຜີຍວ່າ: ກັງຫັນລົມ ແຄມຝັ່ງ ຂະໜາດ 26 ເມກາວັດຊຶ່ງເປັນກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດຂອງໂລກ ໃນປັດຈຸບັນ ເພື່ອເຊື່ອມຕໍ່ກັບ ເຄືອຂ່າຍໄຟຟ້າ ໃນເມືອງຕົງອິ໋ງ ແຂວງຊານຕົງ ທາງພາກຕາເວັນອອກຂອງ ຈີນ.
ໂດຍທ່ານ ຫຍາງ ເຊີນຫລິນ ຮອງປະທານສະຖາບີນວິໄຈ ແລະ ອອກແບບພະລັງງານລົມ ຂອງຕົງຟາງອີທຣິກ ວິນ ພາວເວີຣ ກ່າວວ່າ: ກັງຫັນລົມດັ່ງກ່າວ ໄດ້ຮັບການພັດທະນາ ແລະ ຜະລິດພາຍໃນຈີນ ທັງໝົດ. ໂດຍມີຂະໜາດໃຫຍ່ທີ່ສຸດຂອງໂລກ, ກຳລັງການຜະລິດ ໜ່ວຍດຽວ ແລະ ເສັ້ນຜ່ານສູນກາງ ໃນພັດເກີນ 310 ແມັດ , ມີໄລຍະຄວາມສູງຄຸມຍຶດໃບພັດ 185 ເມັດ ແລະ ມີພື້ນທີ່ໝູນກວາດທຽບເທົ່າ ສະໜາມກິລາມາດຕະຖານ 10 ສະກວ່າສະໜາມ.
ກັງຫັນລົມນີ້ຕົວດຽວ ສາມາດ ຜະລິດໄຟຟ້າ ສະອາດໄດ້ 100 ລ້ານກິໂລວັດ ຕໍ່ຊົ່ວໂມງຕໍ່ປີ, ຄວາມໄວລົມ 10ແມັດຕໍ່ວິນາທີ, ເມື່ອດຳເນີນງານ ຢ່າງເຕັມຮູບແບບ ຈະຕອບສະໜອງ ຄວາມຕ້ອງການໄຟຟ້າ ຂອງ 55.000 ຄົວເຮືອນຕໍ່ປີ, ຊ່ວຍຫລຸດ ການໃຊ້ຖ່ານຫີນ ມາດຕະຖານກວ່າ 30.000 ໂຕນ ແລະ ຫລຸດການປ່ອຍແກັສ ກາກບອນດີ ອົກຊິດກວ່າ 80.000ໂຕນຕໍ່ປີ./
