ອິນເດຍ ປະສົບຄວາມສຳເລັດ ໃນການຍິງສົ່ງດາວທຽມສື່ສານໜັກທີ່ສຸດ

05/11/2025 08:40
Email Print 83
KPL - Asean 2024 ອິນເດຍ ສົ່ງດາວທຽມສື່ສານ ທີ່ມີນໍ້າໜັກກວ່າ 4.410 ກິໂລກຣາມ ຂຶ້ນສູ່ອາວະກາດ ຢ່າງປະສົບຜົນສຳເລັດ.

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານ ຈາກເມືອງ ຄຣີໂກຖາ ປະເທດ ອິນເດຍ ເມື່ອວັນທີ 3 ພະຈິກວ່າ: ອິນເດຍ ສົ່ງດາວທຽມສື່ສານ ທີ່ມີນໍ້າໜັກກວ່າ 4.410 ກິໂລກຣາມ ຂຶ້ນສູ່ອາວະກາດ ຢ່າງປະສົບຜົນສຳເລັດ.

ອົງການວິໄຈ ອາວະກາດ ອິນເດຍ (ໄອເອສອາຣໂອ) ໄດ້ອອກຖະແຫລງການ ເລື່ອງການສົ່ງຈະຫລວດ ແອລວີເອັມ3-ເອັມ 5 ຂຶ້ນຈາກ ຖານປ່ອຍ ຈະຫລວດ ຢູ່ສູນອາວະກາດ ສາທິດ ທາວັນ ຢຸ່ເກາະ ສິຣີຫາຣີໂກຖາ ໃນອ່າວ ເບງກໍລ ແຄມຝັ່ງລັດອານທຳປະເທດ. ຈະຫລວດດັ່ງກ່າວ ເຮັດໜ້າທີ່ນໍາສົ່ງດາວທຽມ ຊີເອັມເອສ-03 ແລະ ເປັນດາວທຽມສື່ສານ ທີ່ມີນໍ້າໜັກຫລາຍທີ່ສຸດ ຂອງອິນເດຍ. ສ່ວນຖະຫລງການ ຈາກ ກອງທັບເຮືອ ອິນເດຍ ລະບຸວ່າ ດາວທຽມ ດວງດັ່ງກ່າວ ຈະຊ່ວຍ ຮັກສາ ຄວາມປອດໄພ ຂອງ ການເຊື່ອມຕໍ່ ການສື່ສານ ລະຫວ່າງ ເຮືອ ກັບ ເຮືອນບິນ ແລະ ເຮືອດຳນໍ້າ./

KPL