ສານໄກ່ເກ່ຍສາກົນ ຊຸກຍູ້ການສ້າງ ປະຊາຄົມຮ່ວມຊາຕາກຳ ມວນມະນຸດ


ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ພິທີເປີດບໍລິການ ຂອງສານໄກ່ເກ່ຍສາກົນ ໄດ້ຈັດຂຶ້ນຢູ່ ເຂດບໍລິຫານພິເສດຮົງກົງ ຂອງ ສປ ຈີນ. ຈາກນັ້ນ ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວໃນກອງປະຊຸມ ຖະແຫລງຂ່າວ ທີ່ຈັດຂຶ້ນໃນວັນທີ 21 ຕຸລານີ້ວ່າ: ໃນຖານະເປັນມາດຕະການໃໝ່ ໃນຂົງເຂດການຄຸ້ມຄອງ ຕາມກົດໝາຍສາກົນ, ສານໄກ່ເກ່ຍສາກົນ ຈະເພີ່ມພະລັງທາງບວກ ດ້ານກົດໝາຍເຂົ້າ ໃນການຊຸກຍູ້ການສ້າງ ປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ, ກໍຈະມີຜົນດີຕໍ່ການພັດທະນາຮົງກົງ ໃຫ້ກາຍເປັນ“ເມືອງແຫ່ງການໄກ່ເກ່ຍ”.ກ່ອນໜ້ານີ້ ທ່ານ ວາງຢີ້ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ສານໄກ່ເກ່ຍ ສາກົນ ທີ່ຈັດຂຶ້ນຢູ່ຮົງກົງ ທັງໄດ້ຕາງໜ້າຝ່າຍ ສປ ຈີນ ລົງນາມສົນທິສັນຍາດັ່ງກ່າວ. ສົນທິສັນຍາ ສະບັບນີ້ ໄດ້ມີຜົນບັງຄັບໃຊ້ ນັບແຕ່ເດືອນສິງຫາປີນີ້ ເປັນຕົ້ນມາ, ປັດຈຸບັນ, ມີ 37 ປະເທດໄດ້ລົງນາມ, ໃນນັ້ນ, ມີ 8 ປະເທດໄດ້ອະນຸມັດສົນທິສັນຍາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ