ບໍລິສັດ ທໍ່ນໍ້າລາວ ສ້າງວຽກງານທຳໃຫ້ແຮງງານລາວ 200 ຄົນ

ຂປລ. ທ່ານ ນາງ ສຸຈິນດາ ແສງເພັດ ຜູ້ອໍານວຍການ ບໍລິສັດ ທໍ່ນໍ້າລາວ ອຸດສາຫະກຳ ເຕັກໂນໂລຊີ ຈຳກັດຜູ້ດຽວ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ ແທນ ຂອງອົງຄະນະພັກນະຄອນຫລວງວຽງຈັນ ຄັ້ງທີ VIII ຫົວຂໍ້ ຕົວແບບການພັດທະນາອຸດສາຫະກໍາທໍ່ນໍ້າລາວ ແບບຍືນຍົງວ່າ: ບໍລິສັດ ທໍ່ນໍ້າລາວ ອຸດສາຫະກຳ ເຕັກໂນໂລຊີ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນປີ 2006 ມີສໍານັກງານຕັ້ງຢູ່ບ້ານ ນາແຄ ເມືອງໄຊທານີ ນະຄອນຫລວງວຽງຈັນ, ໃນເບື້ອງຕົ້ນ ແມ່ນມີພະນັກງານພຽງແຕ່ 5 ຄົນ ແລະ ເຄື່ອງຈັກ 2 ເຄື່ອງ ຊຶ່ງໄດ້ຜະລິດທໍ່ ພາຍໃຕ້ເຄື່ອງໝາຍການຄ້າ ກາ DD ແລະ ກາ LP; ຜ່ານຈາກປະສົບການອັນຍາວນານເກືອບ 20 ປີ, ພວກເຮົາມີຄວາມຍຶດໝັ້ນໃນການຕອບສະໜອງສິນຄ້າທີ່ມີຄຸນນະພາບ ແລະ ລາຄາທີ່ສົມເຫດສົມຜົນ ໄປຄຽງຄູ່ກັບການພັດທະນາຄຸນນະພາບຂອງຜະລິດຕະພັນຢ່າງຕໍ່ເນື່ອງ ໃຫ້ມີ ຄວາມຫລາກຫລາຍ ເພື່ອກ້າວໄປສູ່ການເປັນຜູ້ນໍາ ດ້ານລະບົບທໍ່ໃນລາວ; ເລີ່ມແຕ່ປີ 2020 ເປັນຕົ້ນມາ ພວກເຮົາ ໄດ້ຍົກສະມັດຕະພາບການຜະລິດນໍ້າໄດ້ 1.200 ແມັດກ້ອນຕໍ່ມື້, ມາຮອດປີ 2025 ພວກເຮົາໄດ້ດໍາເນີນການກໍ່ສ້າງ ລະບົບນໍ້າປະປາສໍາເລັດຫລາຍກວ່າ 20 ພື້ນທີ່ ໃນຂອບເຂດທົ່ວປະເທດ; ປະຊາຊົນເຂົ້າເຖິງນໍ້າຫລາຍກວ່າ 82.000 ກວ່າຄອບຄົວ ຫລື ປະຊາກອນທຽບເທົ່າ 498.000 ກວ່າຄົນ.
ແນວໃດກໍດີ, ດ້ວຍການເອົາໃຈໃສ່ພັດທະນາມາໂດຍຕະຫລອດ ມາຮອດປັດຈຸບັນ ບໍລິສັດໄດ້ມີ ການຂະຫຍາຍຕົວ ທັງມີພະນັກງານ ເພີ່ມຂຶ້ນເຖິງ 200 ຄົນ, ມີເຄື່ອງຈັກທີ່ທັນສະໄໝ 32 ກວ່າເຄື່ອງ, ມີກຳລັງການຜະລິດທໍ່ນໍ້າ 10.000 ໂຕນ ຕໍ່ປີ ແລະ ມີຫ້ອງກວດຄຸນນະພາບເປັນຂອງຕົນເອງ, ມີຕົວແທນຈໍາໜ່າຍຫລາຍກວ່າ 5.000 ຮ້ານ ຊຶ່ງໄດ້ຮັບໃບຢັ້ງຢືນມາດຕະຖານລາວ: ມລ.71-2009 ແລະ ໃບຢັ້ງຢືນມາດຕະຖານສາກົນ ISO-9001-2015, ສ້າງຄວາມໄວ້ວາງໃຈຈາກທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຕ່າງໆ. ນອກນັ້ນ ໄດ້ຮັບຄວາມໄວ້ວາງໃຈຈາກພາກລັດ ມອບຄວາມຮັບຜິດຊອບ ໃຫ້ບໍລິສັດທໍ່ນໍ້າລາວ ເປັນຜູ້ຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງງານຜະລິດນໍ້າປະປາ ເພີ່ມຂຶ້ນ 40.000 ແມັດກ້ອນຕໍ່ມື້ ໃຫ້ສາມາດນໍາໃຊ້ໄດ້ພາຍໃນປີ 2025; ຄວາມຮັບຜິດ ຊອບດັ່ງກ່າວ ແມ່ນສໍາຄັນຫລາຍ ທັງກາຍເປັນສິ່ງທ້າທາຍທົດສອບແກ່ບໍລິສັດ ຂອງພວກເຮົາ.
ນອກຈາກທີ່ກ່າວມານັ້ນແລ້ວ, ບໍລິສັດ ທໍ່ນໍ້າລາວ ມີຜົນສໍາເລັດໃນການດໍາເນີນທຸລະກິດ ຈົນຮອດປັດດຈຸບັນນີ້ ຍ້ອນມີແນວທາງນະໂຍບາຍທີ່ຖືກຕ້ອງສອດຄ່ອງຂອງພັກ, ລັດ ໃນການຊຸກຍູ້, ສົ່ງເສີມ ແລະ ປົກປ້ອງການຜະລິດພາຍໃນ, ໂດຍສະເພາະແສງສະຫວ່າງຈາກມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫລວງວຽງຈັນ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງນະຄອນຫລວງວຽງຈັນ; ໄດ້ຮັບການເອົາໃຈໃສ່ຢ່າງໃກ້ຊິດຕິດແທດລົງຢ້ຽມຢາມ, ຊຸກຍູ້ແນະນໍາທັງໃຫ້ກຳລັງໃຈຂອງການນໍາພັກ, ລັດທຸກຂັ້ນ ຕໍ່ບໍລິສັດພວກເຮົາດ້ວຍຕະຫລອດມາ. ທ່ານ ນາງ ສຸຈິນດາ ແສງເພັດ ກ່າວ.
ໂດຍ: ຢ່າຕົ່ງ