ລາຄາຄຳ-ເງິນໃນຕະຫລາດໂລກ ຫລຸດລົງຢ່າງວ່ອງໄວ

22/10/2025 17:27
Email Print 83
KPL - Asean 2024 ຍ້ອນ​ໄດ້​ຮັບ ຜົນກະທົບ ຈາກຫລາຍປັດ​ໄຈ, ​​ໄດ້​ເຮັດ​ໃຫ້ລາຄາ ໃນຕະ​ຫລາດ​ໂລກ ຫລດລົງເກີນ 6% ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ​​ຄິດ​ເປັນ​ມູນ​ຄ່າ ​ຕ່ຳລົງ​ເຖິງ 4.100 ໂດລາສະຫະລັດ ຕໍ່ອອນ ເຊິ່ງເປັນ​ຈຳ​ນວນ ຫລຸດລົງ​ ຫລາຍ​ທີ່​ສຸດ​ຕໍ່ມື້ ໃນຮອບ 12 ປີຜ່ານມາ;

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 21 ຕຸ​ລານີ້, ຍ້ອນ​ໄດ້​ຮັບ ຜົນກະທົບ ຈາກຫລາຍປັດ​ໄຈ, ​​ໄດ້​ເຮັດ​ໃຫ້ລາຄາ ໃນຕະ​ຫລາດ​ໂລກ ຫລດລົງເກີນ 6% ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ​​ຄິດ​ເປັນ​ມູນ​ຄ່າ ​ຕ່ຳລົງ​ເຖິງ 4.100 ໂດລາສະຫະລັດ ຕໍ່ອອນ ເຊິ່ງເປັນ​ຈຳ​ນວນ ຫລຸດລົງ​ ຫລາຍ​ທີ່​ສຸດ​ຕໍ່ມື້ ໃນຮອບ 12 ປີຜ່ານມາ; ​ສ່ວນ​ລາຄາເງິນ ໃນ​ຕະ​ຫລາດ​ໂລກ ໄດ້ຫລຸດລົງເກີນ 8% ​ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ຄິດ​ເປັນ​ມູນ​ຄ່າ​ຫລຸດຕ່ຳ​​ລົງເຖິງ 48 ໂດລາຕໍ່​ອອນ, ເຊິ່ງເປັນ​ຈຳ​ນວນຫລຸດລົງ​ ຫລາຍ​ທີ່​ສຸດ​ຕໍ່ມື້ ​ຫລັງ​ຈາກ ປີ 2021 ເປັນ​ຕົ້ນ​ມ​າ. ນັບແຕ່ເຂົ້​າ​ສູ່ປີ 2025 ເປັນ​ຕົ້ນ​ມາ, ລາຄາຄຳ ໄດ້ເພີ່ມຂຶ້ນເກີນ 50%, ແລະ ລາຄາເງິນ ກໍໄດ້ເພີ່ມຂຶ້ນເກືອບ 70% ໃນ​ຕະ​ຫລາດ​ໂລກ. ນັກວິເຄາະ ຊີ້ໃຫ້ເຫັນ ວ່າ: ສະພາບການສາກົນ ທີ່​ເຄັ່ງຕຶງ​ ໃນກ່ອນໜ້ານີ້ ແລະ ສາ​ເຫ​ດອື່ນໆ ​ເຮັດ​ໃຫ້ຜູ້ລົງທຶນ ກ້າວເຂົ້າສູ່ ຕະຫລາດ​ ໂລ​ຫະ ​​ມີ​ຄູ່ສາກົນ ເພື່ອ​ຫລີກ​ລ່ຽງ ​ຄວາມ​ສ່ຽງ. ຖ້າຫາກສະ​ພາບ ​ເໜັງ​ຕີງ​ຮ້າຍ​ແຮງ ໃນຕະຫລາດ ​ຜ່ອນ​ຄາຍລົງ, ລາຄາໂລ​ຫະ​ມີ​ຄ່າ ອາດຈະຖືກປັບໃຫ້ ​ຫລຸດລົງ ​​ຕາມ​ລຳ​ດັບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL