ສປຈີນ ກໍ່ສ້າງດາຕ້າເຊັນເຕີໃຕ້ນໍ້າ ພະລັງງານລົມແຫ່ງທຳອິດຂອງໂລກ

22/10/2025 21:48
Email Print 83
KPL - Asean 2024 ຈີນ ກໍ່ສ້າງດາຕ້າ ເຊັນເຕີຣໃຕ້ນໍ້າ ພະລັງງານລົມ ແຫ່ງທຳອິດຂອງໂລກ ຢ່າງສຳເລັດ ສົມບູນ, ຖືເປັນການສ້າງ ມາດຕະຖານໃໝ່ ສຳລັບ ການພັດທະນາ ດາຕ້າເຊັນເຕີຣ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ .

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ ລາຍງານ ເມື່ອບໍ່ດົນມານີ້, ຈີນ ກໍ່ສ້າງດາຕ້າ ເຊັນເຕີຣໃຕ້ນໍ້າ ພະລັງງານລົມ ແຫ່ງທຳອິດຂອງໂລກ ຢ່າງສຳເລັດ ສົມບູນ, ຖືເປັນການສ້າງ ມາດຕະຖານໃໝ່ ສຳລັບ ການພັດທະນາ ດາຕ້າເຊັນເຕີຣ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ .

ໂຄງການນີ້ ຕັ້ງຢູ່ເຂດພິເສດຫລິນກັງ ຂອງ ເຂດການຄ້າເສລີ  ນໍາຮ່ອງຊຽງໄຮ້ ໃນເຂດເທດສະບານ ນະຄອນຊຽງໄຮ້ , ໂດຍໄດ້ຮັບເງິນ ລົງທຶນ ຈຳນວນ  1,6 ຕື້ຢວນ (ປະມານ 226 ລ້ານໂດລາ ສະຫະລັດ) ແລະ ໃຊ້ພະລັງງານໄຟຟ້າ ສູງສຸດ 24 ເມກາວັດ. ເມື່ອທຽບກັບດາຕ້າ ເຊັນເຕີຣ ເທິງບົກທົ່ວໄປ, ໂຄງການນີ້ ໄດ້ອອກແບບມາ ເພື່ອນຳໃຊ້ພະລັງງານ ໄຟຟ້າສີຂຽວ ຫລາຍກວ່າ 95% ລວມເຖິງ ຫລຸດການ ໃຊ້ໄຟຟ້າ ນໍ້າ ແລະ ທີ່ດິນລົງ 22,8%; 100% ແລະ ກວ່າ 90% ຕາມລຳດັບ./

 

KPL