ສ.ອາເມລິກາ-ອົດສະຕຣາລີ ລົງນາມຂໍ້ຕົກລົງແຮ່ທາດຫາຍາກ
Email
Print
83

KPL - Asean 2024
ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ແລະ ທ່ານ ແອນໂທນີ ອັລບາເນຊີ, ນາຍົກລັດຖະມົນຕີ ອົດສະຕຣາລີ ໄດ້ຮ່ວມກັນ ລົງນາມ ໃນຂໍ້ຕົກລົງ ແຮ່ທາດຫາຍາກ ແລະ ເພີ່ມການຮ່ວມມື ດ້ານວຽກງານ ປ້ອງກັນປະເທດ.

ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ21ຕຸລານີ້,ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ແລະ ທ່ານ ແອນໂທນີ ອັລບາເນຊີ, ນາຍົກລັດຖະມົນຕີ ອົດສະຕຣາລີ ໄດ້ຮ່ວມກັນ ລົງນາມ ໃນຂໍ້ຕົກລົງ ແຮ່ທາດຫາຍາກ ແລະ ເພີ່ມການຮ່ວມມື ດ້ານວຽກງານ ປ້ອງກັນປະເທດ. ສຳລັບ ຂໍ້ຕົກລົງ ແຮ່ທາດຫາຍາກ ຈະນຳໄປສູ່ ໂຄງການ ແຮ່ທາດຫາຍາກ ສຳຄັນ ມູນຄ່າ 8,5ຕື້ໂດລາສະຫະລັດ ໃນອົດສະຕຣາລີ ແລະ ຍົກລະດັບ ຄວາມສຳພັນ ການຮ່ວມມື ຂອງສອງຝ່າຍ ຂຶ້ນອີກ.ຂະນະທີ່ ອົດສະຕຣາລີ ແລະ ສ.ອາເມລິກາ ຈະລົງທຶນ ຫລາຍກວ່າ 1ຕື້ໂດລາສະຫະລັດ ໃນ6 ເດືອນຕໍ່ໜ້າ.ຂະນະທີ່ ສ.ອາເມລິກາ ຄາດການວ່າ ຕົວເລກການລົງທຶນຄັ້ງນີ້ ອາດເພີ່ມສູງຂຶ້ນເຖິງ 3ຕື້ໂດລາສະຫະລັດ ລະຫວ່າງ ສອງຝ່າຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ