ສປ ຈີນ ຮຽກຮ້ອງໃຫ້ຮັກສາລະບົບສາກົນ ທີ່ຖືເອົາ ສປຊ ເປັນແກນກາງ


ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 20 ຕຸລານີ້, ທ່ານ ເກີງສວາງ ຮອງຜູ້ຕາງໜ້າຖາວອນຈີນ ປະຈຳ ອົງການ ສະຫະ ປະຊາຊາດ (ສປຊ) ກ່າວວ່າ: ພາຍໃຕ້ ສະຖານະການ ສາກົນ ທີ່ມີການປ່ຽນແປງ ແລະ ສັບສົນ ປະສົມ ປະສານກັນ, ປະຊາຄົມໂລກ ຍິ່ງຕ້ອງປົກປັກຮັກສາ ລະບົບສາກົນ ທີ່ຖືເອົາ ອົງການສະຫະ ປະຊາຊາດ ເປັນແກນກາງ, ລະບຽບສາກົນ ທີ່ຖືເອົາ ກົດໝາຍສາກົນ ເປັນພື້ນຖານ, ຫລັກການພື້ນຖານ ຂອງການພົວພັນ ສາກົນ ທີ່ຖືເອົາ ຈຸດປະສົງ ແລະ ຫລັກການ ຂອງກົດບັດ ອົງການ ສະຫະ ປະຊາຊາດ ເປັນພື້ນຖານ. ທ່ານ ເກີງສວາງ ກ່າວຕື່ມວ່າ: ສປ ຈີນ ຍິນດີຖືເອົາຂໍ້ລິເລີ່ມ ການບໍລິຫານທົ່ວໂລກ ເປັນທິດທາງຊີ້ນຳ, ຊຸກຍູ້ການສ້າງລະບົບ ບໍລິຫານທົ່ວໂລກ ທີ່ຍຸຕິທຳ ແລະ ສົມເຫດ ສົມຜົນ ກວ່າເກົ່າ, ຮ່ວມກັນກ້າວເຂົ້າສູ່ ປະຊາຄົມ ຮ່ວມຊາຕາກຳ ຂອງມວນມະນຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ