ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ

21/10/2025 14:50
Email Print 83
KPL - Asean 2024 ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ຣັດເຊຍ ແລະ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມ ເຂດສູ້ຮົບ ໃນ ປັດຈຸບັນ, ປັກຫລັກ ຊາຍແດນ ຢຸດຍິງ ແລ້ວ ຕ່າງຝ່າຍຖອນທະຫານ ຂອງປະເທດຕົນອອກ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ຣັດເຊຍ ແລະ ອູແກຣນ ຄວນ ແບ່ງປັນເຂດດອນບາສ ອີງຕາມ ເຂດສູ້ຮົບ ໃນ ປັດຈຸບັນ, ປັກຫລັກ ຊາຍແດນ ຢຸດຍິງ ແລ້ວ ຕ່າງຝ່າຍຖອນທະຫານ ຂອງປະເທດຕົນອອກ. ສື່ມວນຊົນ ຂອງ ສ.ອາເມລິກາ ອະທິບາຍວ່າ: ອີງຕາມ ແຜນການຂອງ ທ່ານ ໂດນັນ ທຣຳ ໝາຍວ່າ ດິນແດນ ສ່ວນຫລາຍ ຂອງເຂດດອນບາສ ຈະຢູ່ພາຍໃຕ້ ການຄວບຄຸມ ຂອງຣັດເຊຍ. ເຂດດອນບາສ ສ່ວນໃຫຍ່ ລວມທັງ ລັດດອນເນັດສະກີ ແລະ ລັດລູຮັນສະກີ. ຣັດເຊຍ ແລະ ອູແກຣນ ຍາດແຍ່ງສິດ ຄວບຄຸມ ເຂດດອນບາສ ຢ່າງດຸເດືອດ ມາໂດຍຕະຫລອດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL