ສ.ອາເມລິກາ-ອູແກຣນ ປຶກສາຫາລືກ່ຽວກັບວິວັດການສັນຕິພາບ-ການຮ່ວມມືດ້ານປ້ອງກັນຊາດ


ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ອາເມລິກາ ແລະ ທ່ານ ໂວໂລດີເມຍ ເຊເລັນສະກີ ປະທານາທິບໍດີ ອູແກຣນ ໄດ້ຈັດຢູ່ທຳນຽບຂາວ, ນະຄອນຫລວງວໍຊິງຕັນຂອງ ສ.ອາເມລິກາ.ຈາກນັ້ນ ທ່ານ ໂດນັນ ທຣຳ ສະແດງຄວາມເຊື່ອໝັ້ນວ່າ ວິວັດການເຈລະຈາສັນຕິພາບຢູ່ ອູແກຣນ ພວມໄດ້ດຳເນີນຢ່າງຖືກທິດ ແລະ ໂອກາດເພື່ອບັນລຸໄດ້ຂໍ້ຕົກລົງ ຢຸດຕິການປະທະກັນ ແມ່ນມີຄວາມເປັນໄປໄດ້ສູງ. ເຖິງຢ່າງໃດກໍຕາມ, ທ່ານ ໂດນັນ ທຣຳ ບໍ່ຢັ້ງຢືນເຖິງກໍລະນີ ອູແກຣນ ອາດຈະຟື້ນຟູຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງຖືວ່າ ລັດເຊຍ ພວມມີການກະທຳ ແກ່ຍາວ ວິວັດການເຈລະຈາ ເພື່ອປັບປຸງ ທີ່ຕັ້ງຂອງຕົນຕື່ມອີກ. ໃນຂົງເຂດປ້ອງກັນຊາດ, ແລະ ສ.ອາເມລິກາ ຈະພິຈາລະນາ ຢ່າງລະມັດລະວັງ ຄວາມສາມາດສະໜອງ ລູກສອນໄຟ ນຳວິຖີ ໃຫ້ແກ່ ອູແກຣນ ແລະ ສະແດງຄວາມປາດຖະໜາ ຢາກຊອກຫາວິທີ ການດີທີ່ສຸດ ເຊິ່ງບໍ່ຕ້ອງນຳໃຊ້ ອາວຸດບຸກໂຈມຕີ ຊະນິດນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ