ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອ້ລົມທາງໂທລະສັບກັບ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ
Email
Print
83

KPL - Asean 2024
ຂປລ. ໃນວັນທີ 1 ສິງຫາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025, ເພື່ອປຶກສາຫາລື ກ່ຽວກັບສະພາບການໃນພາກພື້ນ ແລະ ການຮ່ວມມື 2 ຝ່າຍລະຫວ່າງ ລາວ-ມາເລເຊຍ.

ຂປລ. ໃນວັນທີ 1 ສິງຫາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025, ເພື່ອປຶກສາຫາລື ກ່ຽວກັບສະພາບການໃນພາກພື້ນ ແລະ ການຮ່ວມມື 2 ຝ່າຍລະຫວ່າງ ລາວ-ມາເລເຊຍ. ໃນໂອກາດນີ້ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໄດ້ແຈ້ງຈຸດປະສົງຂອງການໂອ້ລົມທາງໂທລະສັບດັ່ງກ່າວ ແມ່ນເພື່ອແລກປ່ຽນຂໍ້ມູນ ແລະ ແຈ້ງກ່ຽວກັບຜົນຂອງການພົບປະປຶກສາຫາລືລະຫວ່າງ ກຳປູເຈຍ ແລະ ໄທ ເພື່ອແກ້ໄຂສະພາບການທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ ໃນກອງປະຊຸມສະໄໝພິເສດ ໂດຍມີ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ເປັນຜູ້ລິເລີ້ມ ແລະ ອໍານວຍຄວາມສະດວກໃນການຈັດກອງປະຊຸມດັ່ງກ່າວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ຜ່ານມາ ທີ່ ປູຕາຈາຢາ, ມາເລເຊຍ.
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ທີ່ທ່ານນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໄດ້ມີຂໍ້ລິເລີ່ມທີ່ສ້າງສັນ ໃນນາມປະທານອາຊຽນ ເພື່ອອຳນວຍຄວາມສະດວກໃຫ້ທັງສອງຝ່າຍ ກຳປູເຈຍ ແລະ ໄທ ໄດ້ປຶກສາຫາລືກັນ ເພື່ອຊອກຫາການແກ້ໄຂບັນຫາຮ່ວມກັນ ດ້ວຍສັນຕິວິທີ ໂດຍຜ່ານການເຈລະຈາ ແລະ ການທູດ. ສປປ ລາວ, ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນ ແລະ ມີສາຍພົວພັນ ທີ່ດີກັບກຳປູເຈຍ ແລະ ໄທ, ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ ແລະ ຫວັງວ່າ ທັງສອງຝ່າຍ ຈະເພີ່ມທະວີຄວາມອົດກັ້ນ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ເຈລະຈາແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ດ້ວຍສັນຕິວິທີ ໂດຍຜ່ານກົນໄກທີ່ເໝາະສົມ ເພື່ອສັນຕິພາບທີ່ຍາວນານ ແລະ ໝັ້ນຄົງຂອງທັງສອງປະເທດ ກໍຄື ຂອງພາກພື້ນອາຊຽນ.
ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ແລະ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ຍັງໄດ້ປຶກສາຫາລືການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ມາເລເຊຍ, ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະ ການຮ່ວມມືທາງດ້ານການຄ້າ ແລະ ນະໂຍ ບາຍດ້ານພາສີ ຕໍ່ບັນດາປະເທດຕ່າງໆ.
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັບ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ບັນດາປະເທດສະມາຊິກອາຊຽນ ເພື່ອຮັດແໜ້ນປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ກໍຄື ເພື່ອພາລະກິດລວມ ແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.