ຜູ້ຜະລິດຢາສູບຢູ່ລາວ ຕ້ອງພິມຄໍາເຕືອນ ສຸຂະພາບ ໃສ່ຜະລິດຕະພັນຢາສູບ ຮູບແບບໃໝ່

01/08/2025 13:28
Email Print 83
KPL - Asean 2024 ຂປລ. ກະຊວງສາທາລະນະສຸກ ອອກ​ຂໍ້​ຕົກລົງ ໃຫ້ຜູ້ປະກອບການ ກໍຄື ຜູ້ຜະລິດຢາສູບ ຢູ່ ສປປ ລາວ ໃຫ້ບັນຈຸ, ຫຸ້ມຫໍ່, ພິມຄໍາເຕືອນສຸຂະພາບ ແລະ ສະຫລາກ ຜະລິດຕະພັນຢາສູບ ຮູບແບບໃໝ່ ເພື່ອໂຄສະນາ-ສື່ສານກ່ຽວກັບຜົນຮ້າຍ ທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ໃຫ້ສັງຄົມໄດ້ຮັບຮູ້ ຜ່ານຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາສູບ.

ຂປລ. ກະຊວງສາທາລະນະສຸກ ອອກ​ຂໍ້​ຕົກລົງ ໃຫ້ຜູ້ປະກອບການ ກໍຄື ຜູ້ຜະລິດຢາສູບ ຢູ່ ສປປ ລາວ ໃຫ້ບັນຈຸ, ຫຸ້ມຫໍ່, ພິມຄໍາເຕືອນສຸຂະພາບ ແລະ ສະຫລາກ ຜະລິດຕະພັນຢາສູບ ຮູບແບບໃໝ່ ເພື່ອໂຄສະນາ-ສື່ສານກ່ຽວກັບຜົນຮ້າຍ ທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ໃຫ້ສັງຄົມໄດ້ຮັບຮູ້ ຜ່ານຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາສູບ. ພາຍຫລັງວັນທີ 15 ສິງຫາ 2025, ຊອງ ແລະ ຕຸດຢາສຸບ ທຸກຍີ່ຫໍ້ທີ່ຈໍາໜ່າຍໃນທ້ອງຕະຫລາດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະຕ້ອງແມ່ນຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫລາກຮູບແບບໃໝ່. ທັງນີ້, ກໍເພື່ອຫລຸດຜ່ອນ ພາລະຄ່າໃຊ້ຈ່າຍທາງດ້ານສຸຂະພາບ ແລະ ເສດຖະກິດ ອັນເນື່ອງມາຈາກການສູບຢາ ແລະ ເພື່ອສຸຂະພາບທີ່ດີ ທຸກຖ້ວນໜ້າ ຂອງປະຊາຊົນລາວ. 

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນສຸຂະພາບ ແລະ ສະຫລາກ ຜະລິດຕະພັນຢາສູບ ຮູບແບບໃໝ່ ໃນວັນທີ 31 ກໍລະກົດ 2025 ນີ້​ວ່າ: ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດ ຂອງການເຈັບປ່ວຍທີ່ຮ້າຍແຮງ, ການພິການ ແລະ ກ້າວໄປເຖິງການ​ເສຍ​ຊີ ວິດກ່ອນໄວອັນຄວນ.  ຕາມຂໍ້ມູນໃນໄລຍະຜ່ານມາ, ສາເຫດການເສຍຊີວິດ ຂອງພົນລະເມືອງຄົນລາວ ທີ່ຕິດພັນກັບຢາສູບມີເຖິງ 6.700 ຄົນຕໍ່ປີ ຫລື ສະເລ່ຍ ປະມານ 18 ຄົນຕໍ່ມື້ ກວມເອົາ 15% ຂອງການເສຍຊີວິດທັງໝົດໃນ ສປປ ລາວ. ການເສຍຊີວິດຍ້ອນສາເຫດດັ່ງກ່າວ, ສາມາດປ້ອງກັນໄດ້ ຖ້າມີ ການປະຕິບັດມາດຕະການ ຄວບຄຸມຢາສູບຢ່າງເຂັ້ມງວດ ເຊິ່ງໜຶ່ງໃນບັນດາມາດຕະການດັ່ງກ່າວ,  ແມ່ນການສື່ສານ ກ່ຽວກັບຜົນຮ້າຍທີ່ເກີດ ຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ໃຫ້ສັງຄົມໄດ້ຮັບຮູ້ ຜ່ານຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາສູບ. ການພິມຄໍາເຕືອນນີ້ ແມ່ນໜ້າທີ່ຂອງຜູ້ຜະລິດຢາສູບ ທີ່ຕ້ອງໄດ້ແຈ້ງເຕືອນໃຫ້ທຸກຄົນຮູ້ ແລະ ເຂົ້າໃຈວ່າ ການສູບ ຢາ ແລະ ການໄດ້ຮັບຄວັນຢາສູບ ມີຄວາມສ່ຽງສູງທີ່ຈະເປັນພະຍາດ ແບບດຽວກັບຮູບພາບຄໍາເຕືອນຂອງຊອງ ແລະ ຕຸດຢາສູບ, ພ້ອມທັງສາມາດຊ່ວຍປ້ອງກັນ ການລິເລີ່ມສູບຢາ ໃນເດັກ ແລະ ເຍົາວະຊົນ, ຊຸກຍູ້ສົ່ງເສີມໃຫ້ຄົນອອກຢາສູບໄດ້ ແລະ ຍັງເປັນອີກວິທີໜຶ່ງ ທີ່ຈະຊ່ວຍໃນການຕິດຕາມກວດ ກາ ແລະ ສະກັດກັ້ນຢາສູບເຖື່ອນ ຄຽງຄູ່ກັບການຕິດສະແຕມ ພາສີ-ອາກອນ.

ຜ່ານການຈັດຕັ້ງປະຕິບັດ ຂໍ້ຕົກລົງກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ທີ່ກຳນົດໃຫ້ການພິມຄໍາເຕືອນ ກ່ຽວກັບສຸຂະພາບ ທີ່ເປັນຮູບພາບມີຂະໜາດ 75% ທີ່ອອກໃນປີ 2016 ມີຈໍານວນ 6 ຮູບ, ແຕ່ການປະຕິບັດຕົວຈິງ ບາງບໍລິສັດຢາສູບ ບໍ່ໄດ້ມີການພິມຮູບພາບ ແລະ ຄໍາເຕືອນ ຄົບຕາມຈຳ ນວນທີ່ກຳນົດໄວ້. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການຄວບຄຸມຢາສູບ(ສະບັບປັບ ປຸງ) ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021, ກະຊວງສາທາລະນະສຸກ ຈຶ່ງໄດ້ອອກ ຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫລາກຜະລິດຕະພັນຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024, ໃນຂໍ້ຕົກລົງສະບັບດັ່ງກ່າວ ແມ່ນໄດ້ກໍານົດ 10 ຮູບພາບຄໍາເຕືອນສຸຂະພາບ. ພ້ອມດ້ວຍ 10 ຄູ່ສະຫລາກຄໍາເຕືອນ ເຊິ່ງບໍລິສັດຜະລິດຢາສູບ ທັງພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍ, ຊື້-ຂາຍ ທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ.

ພາຍຫລັງ ລົງຈົດໝາຍເຫດທາງລັດຖະການ, ຂໍ້ຕົກລົງມີຜົນສັກສິດໂດຍໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ໃນການກະກຽມ ການພິມຄໍາເຕືອນແບບໃໝ່, ພ້ອມທັງຢຸດເຊົາການຜະລິດ ແລະ ສະສາງຊອງ ແລະ ຕຸດຢາສູບເກົ່າ  ​ໂດຍກຳນົດເວລາການຈັດຕັ້ງປະຕິບັດ ແມ່ນວັນທີ 5 ທັນວາ 2024,  ແຕ່ບໍລິສັດຢາສູບ ກໍໄດ້ສະເໜີຂໍເລື່ອນເວລາ ການຈັດຕັ້ງປະຕິບັດອອກໄປຕື່ມ ຍ້ອນຊອງ ແລະ ຕຸດຢາສູບ ຮູບແບບເກົ່າ ຍັງມີຈໍານວນຫລວງຫລາຍຢູ່ໃນສາງ. ຕໍ່ກັບການສະເໜີຂອງບໍລິສັດ, ຄະນະສະ ເພາະກິດໃນການຕິດຕາມກວດກາຊອງ ແລະ ຕຸດຢາສູບ ໄດ້ລົງຕິດຕາມກວດກາຈໍານວນຊອງ ແລະ ຕຸດຢາສູບ ຕົວຈິງຢູ່ 2 ບໍລິສັດຜະລິດຢາສູບພາຍໃນທີ່ສະເໜີມາ ໃນເດືອນກຸມພາ 2025 ຊຶ່ງບໍລິສັດມີຄວາມພ້ອມຈໍາໜ່າຍຢາສູບທີ່ ຊອງ ແລະ ຕຸດຢາສູບ ຮູບແບບໃໝ່. ສະນັ້ນ, ພາຍຫລັງວັນທີ 15 ສິງຫາ 2025, ຊອງ ແລະ ຕຸດຢາສຸບ ທຸກຍີ່ຫໍ້ທີ່ຈໍາໜ່າຍໃນທ້ອງຕະຫລາດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະຕ້ອງແມ່ນຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫລາກຮູບແບບໃໝ່.

ໃນໂອກາດນີ້, ທ່ານ ໄພວັນ ແກ້ວປະເສີດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະສື່ມວນຊົນທຸກຂະແໜງ ຈົ່ງນໍາເອົາເນື້ອໃນຂອງຖະແຫລງການນີ້ ໄປເຜີຍແຜ່ ໃຫ້ແກ່ປະຊາຊົນລາວ ກໍຄືທົ່ວສັງຄົມ ໄດ້ຮັບຊາບຢ່າງທົ່ວເຖິງ; ຮຽກຮ້ອງໃຫ້ບໍລິສັດຢາສູບ ທີ່ຜະລິດພາຍໃນ ແລະ ນຳເຂົ້າຢາສູບຈາກຕ່າງປະເທດ ລວມທັງຊາວຄ້າຂາຍ ຈົ່ງພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບດັ່ງກ່າວ ກໍຄືປະຕິ ບັດຕາມກົດໝາຍ ແລະ ລະບຽບການຄວບຄຸມຢາສູບ ຢ່າງເຂັ້ມງວດ ແລະ ຫວັງເປັນຢ່າງຍິ່ງວ່າ ໃນວັນທີ 15 ສິງຫາ 2025 ທີ່ຈະມາເຖິງນີ້, ຜະລິດຕະພັນຢາສູບ ທຸກຊອງ, ທຸກຕຸດ ແລະ ທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫລາດ ທົ່ວປະເທດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະມີຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫລາກ ຮູບແບບໃໝ່ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງ ສະບັບເລກທີ 1090/ສທ, ໃນກໍລະນີ ຍັງພົບເຫັນການລະເມີດ ທາງຄະນະສະເພາະກິດ ຈະໄດ້ມີການດຳເນີນມາດຕະການ ຕາມລະບຽບການ ຢ່າງເຂັ້ມງວດ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL