ລົງນາມຊ່ວຍເຫລືອທຸລະກິດກະສິກໍາແບບມີສ່ວນຮ່ວມ
Email
Print
83

KPL - Asean 2024
ຂປລ. ພິທີເຊັນສັນຍາ ຮ່ວມມືຊ່ວຍເຫລືອທຸລະກິດກະສິກໍາແບບມີສ່ວນຮ່ວມ (MGS) ລະ ຫວ່າງ ໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສີ່ງແວດລ້ອມ (ຄສກສ) ແລະ ທຸລະກິດກະສິກໍາ (ວິສາຫະກິດສ່ວນບຸກຄົນ ດີເອັມເອັກສ໌ ອໍແກນິກຟາມ ຈໍານວນ 81.150 ໂດລາສະຫະລັດ ແລະ ບ້ານປອດສານພິດ ສ່ວນບຸກຄົນ ຈໍານວນ 48.291 ໂດລາສະຫະລັດ)

ຂປລ. ພິທີເຊັນສັນຍາ ຮ່ວມມືຊ່ວຍເຫລືອທຸລະກິດກະສິກໍາແບບມີສ່ວນຮ່ວມ (MGS) ລະ ຫວ່າງ ໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສີ່ງແວດລ້ອມ (ຄສກສ) ແລະ ທຸລະກິດກະສິກໍາ (ວິສາຫະກິດສ່ວນບຸກຄົນ ດີເອັມເອັກສ໌ ອໍແກນິກຟາມ ຈໍານວນ 81.150 ໂດລາສະຫະລັດ ແລະ ບ້ານປອດສານພິດ ສ່ວນບຸກຄົນ ຈໍານວນ 48.291 ໂດລາສະຫະລັດ) ຈັດຂຶ້ນໃນວັັນທີ 4 ກໍລະກົດ 2025 ຜ່ານມາ ໂດຍການລົງນາມ ລະຫວ່າງ ທ່ານ ສໍາລານ ປະເສີດຄໍາຫລ້າ ຫົວໜ້າໂຄງການ ຄສກສ ກັບ ທ່ານ ທອງວັນ ດວງມີໄຊ ເຈົ້າຂອງວິສາຫະກິດສ່ວນບຸກຄົນ ດີເອັມເອັກສ໌ ອໍແກນນິກຟາມ ແລະ ທ່ານ ນາງ ສຸດາລິນ ສີສຸລາດ ເຈົ້າຂອງບ້ານປອດສານພິດ ສ່ວນບຸກ ຄົນ ໂດຍມີ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ແລະ ທ່ານ ເກດສະດົງ ສີລິທອນ ຜູ້ປະສານງານໂຄງການ ຄສກສ ນະຄອນຫລວງວຽງຈັນ ເຊັນເປັນພິຍານ ໂດຍມີ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກສີພິຍານ.

ໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສີ່ງແວດລ້ອມ (ຄສກສ) ໄດ້ຮັບທຶນຊ່ວຍເຫລືອລ້າຈາກທະນາຄານພັດທະນາອາຊີ ເພື່ອມາຊ່ວຍສະໜັບສະໜູນການ ຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາກະສິກຳ ແລະ ປ່າໄມ້ຂອງລັດຖະບານ ແຫ່ງ ສປປ ລາວ ແຕ່ນີ້ຫາປີ 2025 ແລະ ວິໄສທັດ 2030, ເປັນໂຄງການໜຶ່ງທີ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຜະລິດເປັນສິນຄ້າ, ການພັດທະນາຊົນນະ ບົດ ແລະ ລຶບລ້າງຄວາມທຸກຍາກ ໃນ ສປປ ລາວ ຕາມທິດສີຂຽວ, ສະອາດ, ປອດໄພ ເປັນມິດກັບສິ່ງແວດລ້ອມ.


ພ້ອມນີ້, ໂຄງການຍັງໄດ້ພັດທະນາລະບົບຕ່ອງໂສ້ການຜະລິດ ແລະ ທຸລະກິດກະສິກຳ, ການສ້າງມູນຄ່າເພີ່ມ ແລະ ປັບປຸງເຕັກນິກການຜະລິດ, ປັບປຸງແນວພັນພືດ ທີ່ສາມາດທົນທານຕໍ່ການປ່ຽນ ແປງຂອງສະພາບດິນຟ້າອາກາດ, ປັບປຸງບັນດາກໍາລັງການຜະລິດ ເພື່ອໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫລາດ ດ້ວຍມາດຕະຖານກະສິກຳອິນຊີ (OA), ກະສິກໍາທີ່ດີ (GAP), ການຄຸ້ມຄອງການຜະລິດທີ່ດີ (GMP) ແລະ ບັນລຸໄດ້ຈຸດວິເຄາະຄ່າຄວາມອັນຕະລາຍຂອງສານເຄມີໃນອາຫານປອດໄພ (HACCP).
ຂໍ້ມູນ-ພາບ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ