ປັບປຸງເນື້ອໃນຂໍ້ຕົກລົງການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ

08/07/2025 12:36
Email Print 83
KPL - Asean 2024 ຂປລ. ກອງປະຊຸມຄົ້ນຄວ້າ ແລະ ປັບປຸງເນື້ອໃນຂໍ້ຕົກລົງ ຂອງກໍາມາທິການຍຸຕິທໍາ (ກມຍທ) ວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຈັດຂຶ້ນໃນວັນທີ 6-8 ກໍລະກົດ 2025 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ)



ຂປລ. ກອງປະຊຸມຄົ້ນຄວ້າ ແລະ ປັບປຸງເນື້ອໃນຂໍ້ຕົກລົງ ຂອງກໍາມາທິການຍຸຕິທໍາ (ກມຍທ) ວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຈັດຂຶ້ນໃນວັນທີ
6-8 ກໍລະກົດ 2025 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ປະທານກໍາມາທິການຍຸຕິທໍາ, ມີບັນດາຮອງປະທານກໍາມາທິການ, ຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍໃນ ກໍາມາທິການຍຸຕິທໍາ ​ເຂົ້າ​ຮ່ວມ.



ກອງປະຊຸມໄດ້ຮັບຟັງການສະເໜີເນື້ອໃນ ຮ່າງຂໍ້ຕົກລົງຂອງກໍາມາທິການຍຸຕິທໍາ ວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ
, ຮ່າງມະຕິຈໍານວນໜຶ່ງທີ່ພົວພັນກັບ ການປັບປຸງເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທໍາ ເປັນຕົ້ນ ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຕ້ອນຮັບ ແລະ ໃຫ້ຄໍາປຶກສາການຮ້ອງຂໍຄວາມເປັນທໍາ ແລະ ນິຕິກໍາອື່ນ. ຈາກນັ້ນ, ຜູ້​ເຂົ້າ​ຮ່ວມ​ກໍໄດ້ປະກອບຄວາມຄິດເຫັນ ແລະ ຖອດຖອນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ.



ຂໍ້ຕົກລົງສະບັບນີ້, ຈະກາຍເປັນນິຕິກໍາ ທີ່ເປັນບ່ອນອີງໃນການປະຕິບັດ ວຽກງານຂອງກໍາມາທິການຍຸຕິທໍາ ແລະ ການສ້າງເປັນຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢ່າງເປັນຮູບປະທຳ ແລະ ຖືກນຳໃຊ້ໃນວຽກງານຈິງ
, ເປັນບ່ອນອີງໃຫ້ແກ່ການປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບປຶ້ມຄູ່ມືຈໍານວນໜຶ່ງ ເພື່ອໃຫ້ມີຄວາມສອດ ຄ່ອງກັນ, ສ້າງຄວາມຮັບຮຸ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານ ທີ່ຮັບຜິດຊອບວຽກງານການຮັບ ແລະ ພິ ຈາລະນາຄໍາຮ້ອງຂໍຄວາມເປັນທໍາ ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ຂ່າວ: ສອນສັກ ວັນວິໄຊ

KPL