ພະແນກ ຮສສ ນະຄອນຫລວງ ຍັງມີ ຫລາຍດ້ານທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ

ຂປລ. ໃນໂອກາດລົງເຄື່ອນໄຫວພົບປະຢ້ຽມຢາມ ພະແນກແຮງງານ ແລະ ສະຫວັດດີການສັງ ຄົມ ນະຄອນຫລວງວຽງຈັນ ໃນທ້າຍອາທິດຜ່ານມາ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຫລາຍດ້ານ ທີ່ພະແນກ ຮສສ ນະຄອນຫລວງວຽງຈັນ ຍາດມາໄດ້ໃນໄລຍະຜ່ານມາ. ແຕ່ເຫັນວ່າການຈັດຕັ້ງປະຕິບັດ ວຽກງານແຮງງານ ແລະ ສະຫວັດດີການສັງຄົມຂອງພວກເຮົາ ຍັງມີຫລາຍດ້ານທີ່ຈະຕ້ອງໄດ້ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ປັບປຸງແກ້ໄຂ.
ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ເນັ້ນວ່າ: ພວກເຮົາຕ້ອງຍອມຮັບນຳກັນວ່າ ການຈັດຕັ້ງປະຕິບັດວຽກງານ ແຮງງານ ແລະ ສະຫວັດດີການສັງຄົມຂອງພວກເຮົາ ຍັງມີຫລາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ປັບປຸງແກ້ໄຂ ຄື: ສືບຕໍ່ເອົາໃຈໃສ່ໃນ ການສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານຢ່າງແຂງແຮງ ແລະ ເປັນຄວາມຮັບຜິດຊອບໂດຍກົງ ໃນການນຳພາຂອງຄະນະພັກ, ຄະນະພະແນກ ເພື່ອສ້າງຄວາມເຂົ້າໃຈທີ່ຖຶກຕ້ອງ ແລະ ມີຄວາມເປັນເອກະພາບ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມໃນແຕ່ລະໄລຍະ ເພື່ອນໍຳມາເຊື່ອມຊືມຕໍ່ ສະມາຊິກພັກ-ພະນັກງານ ໃນຄວາມຮັບຜິດຊອບຂອງຕົນ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ສອດຄ່ອງກັບຈຸດພິເສດ ແລະ ເງື່ອນໄຂສະພາບແວດລ້ອມຂອງຕົນ ເພື່ອສ້າງຄວາມເຂົ້າໃຈໃຫ້ຖືກຕ້ອງ, ມີຄວາມເອກະພາບໃນການຈັດຕັ້ງປະຕິບັດ ແນໃສ່ໃຫ້ພະນັກງານ-ລັດຖະກອນມີຄວາມຕື່ນຕົວ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະດ້ານຢ່າງມີຫົວຄິດປະ ດິດສ້າງ ແລະ ເປັນຂະບວນການຢ່າງຕໍ່ເນື່ອງ; ເພີ່ມທະວີປັບປຸງຍົກສູງບົດບາດການນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງຄະນະພັກ-ຄະນະພະແນກ, ບັນດາສະມາຊິກພັກແຕ່ລະສະຫາຍ ຜັນຂະ ຫຍາຍບັນດາມະຕິ ຄຳສັ່ງ ແລະ ແນວທາງນະໂຍບາຍຂອງພັກ ແລະ ລັດວາງອອກໃນແຕ່ລະໄລຍະ, ພ້ອມທັງກວດຄືນ ແບບແຜນການນຳພາ ແລະ ແບບແຜນວິທີເຮັດວຽກ ຂອງຂະແໜງການ ແລະ ສະມາຊິກພັກ-ພະນັກງານ ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ແບບມີວິທະຍາສາດ ແລະ ຫັນເປັນທັນສະໄໝເທື່ອລະກ້າວ, ຕົ້ນຕໍແມ່ນເດັດດ່ຽວ ແກ້ໄຂບັນດາຂອດຂັ້ນທີ່ຊັກຊ້າແກ່ຍາວ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເຂັ້ມງວດ ແລະ ເດັດ ຂາດ, ຖືເອົາການດຳເນີນຊີວິດການເມືອງ ແລະ ສ່ອງແສງລາຍງານໃນແຕ່ລະໄລຍະ ເປັນບ່ອນຖອດຖອນບົດຮຽນ, ແລກປ່ຽນຄຳຄິດເຫັນ, ຕີລາຄາຄວາມຮັບຜິດຊອບ ແລະ ຜົນສຳເລັດໃນແຕ່ລະຂົງເຂດວຽກງານ; ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ແລະ ວິທີເຮັດວຽກທີ່ເປັນດ້ານຕັ້ງໜ້າ ໂດຍສືບຕໍ່ຜັນຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ໄປຄຽງຄູ່ກັບການກໍ່ສ້າງຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ຖັັນແຖວສະມາຊິກພັກ-ພະນັກງານ ເປັນຂໍກຸນແຈ ໃຫ້ແກ່ການເຄື່ອນໄຫວ ຈັດຕັ້ງປະຕິບັດໜ້າທີ່ ການເມືອງຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ ແລະ ມີຜົນສຳເລັດຕາມການມອບໝາຍທີ່ວາງໄວ້; ສືບຕໍ່ສຸມໃສ່ໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງແຕ່ລະຂົງເຂດ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ບັນລຸຜົນສຳເລັດ; ສຸມໃສ່ໃນການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2025 ແລະ ບັນດາຄາດໝາຍທີ່ໄດ້ກຳນົດໃນຮ່າງແຜນພັດ ທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ VI ໄລຍະແຕ່ປີ 2026-2030 ແລະ ບັນຫາສໍາຄັນອື່ນໆ.
ຕ້ອນຮັບການລົງເຄື່ອນໄຫວພົບປະຂອງ ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍ ທ່ານ ສາລະພິດ ສູນວໍລະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມນະຄອນຫລວງວຽງຈັນ, ພ້ອມດ້ວຍຄະນະພະແນກ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງຂອງພະແນກ ຮສສ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ຂໍ້ມູນ-ພາບ: ຂ່າວສານ ຮສສ