ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ

02/07/2025 16:31
Email Print 83
KPL - Asean 2024 ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຂຶ້ນຮັກສາການແທນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ. ຈາກກໍລະນີ ສານລັດຖະທຳມະນູນ ມີມະຕິ 7ຕໍ່2ສຽງ ຮັບຄຳຮ້ອງ 36 ສວ.

ຂປລ.ຕາມຂ່າວຈາກປະເທດໄທ, ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຂຶ້ນຮັກສາການແທນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ. ຈາກກໍລະນີ ສານລັດຖະທຳມະນູນ ມີມະຕິ 7ຕໍ່2ສຽງ ຮັບຄຳຮ້ອງ 36 ສວ. ພິຈາລະນາ ການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ກໍລະນີ ຄລີບສຽງຫລຸດ ການສົນທະນາ ກັບ ທ່ານ ຮຸນ ເຊນ, ແລະ ສານລັດຖະທຳມະນູນ ມີມະຕິ ສັ່ງໃຫ້ ທ່ານ ນາງ ແພທອງທານ ຊິນນະວັດ ຢຸດປະຕິບັດໜ້າທີ່ນາຍົກລັດຖະມົນຕີ ເລີ່ມວັນທີ 1ກໍລະກົດ 2025 ເປັນຕົ້ນໄປແລະ ບຸກຄົນທີ່ຈະມາເຮັດໜ້າທີ່ ຕຳ   ແໜ່ງ ຮັກສາການ ນາຍົກລັດຖະມົນຕີແທນ ຄື ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າ ການກະຊວງຄົມມະນາຄົມ ໂດຍຕາມມາດຕາ 48 ວັກ1 ຜູ້ຮັກສາການແທນ ຕາມຄວາມໃນ ພຣະຣາຊະບັນຍັດນີ້ ມີອຳນາດໜ້າທີ່ ເຊັ່ນດຽວກັບ ນາຍົກລັດຖະມົນຕີ./.

KPL