ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະພອນ ແກ້ວມາລາວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່) ໂດຍມີທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ແລະ ທ່ານ ພົຈວ ນາງ ລີວົງ ລາວລີ ກຳມະການສຳຮອງສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ໃນພິທີ, ບັນດາຫົວໜ້າກົມ ຜູ້ເກົ່າ (ກົມບໍລິຫານ-ພິທີການ ແລະ ການເງິນ, ຫົວໜ້າກົມນິຕິກຳ ແລະ ຫົວໜ້າກົມປະຊາສຳພັນ) ໄດ້ຜ່ານບົດລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງກົມ ໃນໄລຍະຜ່ານມາ. ຫລັງຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫລັງການໂຮມວຽກງານຈໍານວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ລະຫວ່າງ ທ່ານ ບົວຄົງ ນາມມະວົງ ແລະ ທ່ານ ພົຈວ ນາງ ລີວົງ ລາວລີ ຕື່ມອີກ.
ໂອກາດນີ້, ທ່ານ ບົວຄົງ ນາມມະວົງ ໄດ້ມີຄຳເຫັນໂອລົມ ໂດຍໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາທ່ານຫົວໜ້າກົມ ຜູ້ເກົ່າ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ, ບົດຮຽນ ແລະ ປະສົບການຂອງບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມກັບໝູ່ຄະນະ ຈະສືບຕໍ່ນໍາພາພະນັກງານ-ລັດຖະກອນ ປະຕິບັດວຽກງານຮອບ ດ້ານຂອງກົມຕົນ, ຍູ້ແຮງຂະບວນການດ້ານຕ່າງໆໃຫ້ສືບຕໍ່ຂະຫຍາຍຕົວ, ເຮັດໃຫ້ວຽກງານພາຍໃນກົມ ສືບຕໍ່ເຂັ້ມແຂງຢ່າງຮອບດ້ານ. ພ້ອມນີ້, ທ່ານໄດ້ມີຄໍາເຫັນ ເນັ້ນໜັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ສຶກສາອົບຮົມວຽກງານ ການເມືອງ-ແນວຄິດຢ່າງຕໍ່ເນື່ອງ ໃຫ້ພະນັກງານ-ລັດຖະກອນ ກຳແໜ້ນແນວທາງ, ນະໂຍບາຍ, ກົດໝາຍ, ລະບຽບການຢ່າງເລິກເຊິ່ງ, ເຊື່ອມຊຶມພາລະບົດບາດ ແລະ ໜ້າທີ່ ຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ພ້ອມກັບບັນດານິຕິກຳກ່ຽວຂ້ອງຕ່າງໆ; ກຳແໜ້ນແນວຄິດ ພະນັກງານ-ລັດຖະກອນ; ສືບຕໍ່ປັບປຸງການກຳນົດ ຕໍາແໜ່ງງານຂອງບັນດາກົມ, ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕິດພັນກັບການ ສັບຊ້ອນ-ຈັດວາງບຸກຄະລາກອນ ໃຫ້ແທດເໝາະກັບຕົວຈິງ ແລະ ມີຄວາມໂປ່ງໃສ ພ້ອມທັງແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ ຕິດພັນກັບການກະກຽມ ກອງປະຊຸມໃຫຍ່ ຂອງອົງຄະນະພັກ ຫສນຍ; ປັບປຸງກົນໄກແບບແຜນວິທີເຮັດວຽກຄືນໃໝ່ ເພື່ອເຮັດໃຫ້ການປະຕິບັດ ໜ້າທີ່ວຽກງານມີຄວາມໂລ່ງລ່ຽນຂຶ້ນ, ເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປະຕິບັດ ວຽກງານ, ຮັບປະກັນຄຸນນະພາບ, ປະສິດທິພາບ, ປະສິດທິຜົນຂອງວຽກງານ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕາມແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້; ສືບຕໍ່ເຕົ້າໂຮມຄວາມສາມັກຄີ ພາຍໃນເປັນປຶກແຜ່ນ, ຄວາມເປັນເອກະພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ; ເອົາໃຈໃສ່ການກະກຽມ ດໍາເນີນກອງປະຊຸມໃຫຍ່ ຂອງໜ່ວຍ ພັກຮາກຖານກົມ ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໃຫ້ສຳເລັດຕາມແຜນທີ່ວາງໄວ້.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ