ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

02/07/2025 11:45
Email Print 83
KPL - Asean 2024 ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​ ໃນພາກພິທີເປີດກອງປະຊຸມ, ເຈົ້າຊີວິດ ຟິລິບເປ ທີ 4 (Filipe IV) ຂອງແອັດສະປາຍ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວສູນທອນພົດຕໍ່ພິທີ. ຈາກນັ້ນ, ພິທີເປີດກອງປະຊຸມ ໄດ້ສືບຕໍ່ດໍາເນີນການໂດຍການເປັນປະທານຮ່ວມຂອງ ທ່ານ ເປໂດຣ ຊານເຊ (Pedro Sanchez) ນາຍົກລັດຖະມົນຕີ ເເຫ່ງ ຣາຊະອານະຈັກ ເເອັດສະປາຍ ເເລະ ທ່ານ ອັນໂຕນີໂອ ກູເຕຣເຣສ (Antonio Guterres) ເລຂາທິການໃຫຍ່ ສປຊ, ມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ການນໍາ ຂັ້ນສູງ ເເລະ ຜູ້ຕາງໜ້າຈາກປະເທດຕ່າງໆຫລາຍກວ່າ 179 ປະເທດ ຈາກທັງໝົດ 193 ປະເທດ ສະມາຊິກ ສປຊ ເຂົ້າຮ່ວມ.

ກອງປະຊຸມສາກົນດັ່ງກ່າວ ໄດ້ເເບ່ງອອກເປັນສອງພາກ ຄື: ພາກອະພິປາຍທົ່ວໄປ ເເລະ ກອງປະຊຸມໂຕະ ມົນລະດັບສູງ 6 ຫົວຂໍ້ສະເພາະ, ພ້ອມທັງມີກອງປະຊຸມ ປິ່ນອ້ອມລະດັບສູງອີກຈຳນວນໜຶ່ງ ໂດຍມີຈຸດປະສົງ ເພື່ອ ເປີດໂອກາດໃຫ້ບັນດາປະເທດສະມາຊິກ ສປຊ ເເລະ ຄູ່ຮ່ວມພັດທະນາ ໄດ້ປຶກສາຫາລື, ກໍານົດວຽກບຸລິມະສິດ, ສິ່ງທ້າທາຍ ແລະ ວິທີການເລັ່ງລັດຂະບວນການສະໜອງທຶນ ເພື່ອການພັດທະນາ ໃຫ້ສາມາດຕອບສະໜອງໄດ້ ຕາມ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງສາກົນ, ລວມທັງການຮັບຮອງເອກະສານ ການຮ່ວມມືສາກົນສະບັບໃໝ່ ກໍຄື ຜົນກອງປະຊຸມ ເພື່ອຮັບປະກັນການສະໜອງທຶນ ໃຫ້ເເກ່ການພັດທະນາທີ່ຍືນຍົງ ເເລະ ການບັນລຸເປົ້າໝາຍການ ພັດທະນາເເບບຍືນຍົງ.

ໃນພາກບ່າຍວັນທີ 30 ມິຖຸນາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ກ່າວຄຳເຫັນໃນກອງປະຊຸມໂຕະມົນລະດັບສູງ ໃນຫົວຂໍ້ທີ 1 ຄື: ການລະດົມ ເເລະ ການຈັດສັນງົບປະມານ ພາຍໃນ. ໃນນັ້ນ,​ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການລະດົມ ເເລະ ການຈັດສັນ ງົບປະມານ ພາຍໃນຢ່າງມີປະສິດທິພາບ ເພື່ອການພັດທະນາທີ່ຍືນຍົງ ເເລະ ເປັນການຫລຸດຜ່ອນ ການເອື່ອຍອີງ ການ ສະໜອງທຶນຈາກພາຍນອກ ໂດຍສະເພາະ ປະເທດດ້ອຍພັດທະນາ ລວມທັງ ສປປ ລາວ. ທ່ານ ໄດ້ຍົກໃຫ້ເຫັນເຖິງ ຄວາມພະຍາຍາມຂອງ ສປປ ລາວ ໃນການປະຕິຮູບລະບົບ ການຄຸ້ມຄອງການເງິນຂອງລັດ,​ ຄຸ້ມຄອງດ້ານງົບປະ ມານ ເເລະ ເກັບກໍາລາຍຮັບ ຈາກການເກັບພາສີ-ອາກອນ ແລະ ຈາກການລົງທຶນຂອງລັດ ລວມທັງ ນໍາໃຊ້ເຕັກໂນໂລ ຊີ ທີ່ທັນສະໄໝ ເເລະ ເສີມສ້າງຂີດຄວາມສາມາດ ໂດຍມີເປົ້າໝາຍເພີ່ມລາຍຮັບ ຈາກອາກອນ ໃຫ້ໄດ້ເຖິງ 20% ພາຍໃນປີ 2030. ໃນພາກທ້າຍ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ເພີ່ມທະວີຄວາມ ໝາຍໝັ້ນໃນການສ້າງຄວາມເຂັ້ມເເຂງ ໃຫ້ເເກ່ລະບົບອາກອນ ຂອງບັນດາປະເທດດ້ອຍພັດທະນາ ຜ່ານການສະໜັບສະໜູນ ທາງດ້ານທຶນຮອນ ເເລະ ເຕັກນິກວິຊາການ, ສ້າງຂີດຄວາມ ສາມາດ ໃຫ້ເເກ່ພະນັກງານ ເເລະ ສ້າງຄວາມເຂັ້ມເເຂງໃນການຮ່ວມມື ທາງດ້ານອາກອນລະຫວ່າງສາກົນ.​

ໃນກອງປະຊຸມອະພິປາຍທົ່ວໄປ ວັນທີ 1 ກໍລະກົດ 2025, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຂຶ້ນກ່າວ ປາໄສ ໃນນາມບັນດາປະເທດສະມາຊິກອາຊຽນ ເເລະ ໃນນາມ ສປປ ລາວ ເຊິ່ງອາຊຽນ ໄດ້ຕີລາຄາສູງຕໍ່ການຮັບ ຮອງເອົາ ເອກະສານຄວາມໝາຍໝັ້ນ ເຊວິລເຊິ່ງເປັນເອກະສານທີ່ມີ ຄວາມໝາຍຄວາມສໍາຄັນ ເພື່ອຮັບປະກັນຄໍາ ໝາຍໝັ້ນ ຂອງບັນດາ ປະເທດສະມາຊິກ ໃນການສະໜອງທຶນ ເພື່ອການພັດທະນາ. ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີຍັງໄດ້ເນັ້ນເຖິງ 3 ຈຸດສໍາຄັນ ຄື: ການສ້າງເສດຖະກິດ ທີ່ມີຄວາມພ້ອມ ໃນການຮັບມືກັບອະນາຄົດ ໂດຍຜ່ານການມີສ່ວນຮ່ວມຢ່າງທົ່ວເຖິງ ເເລະ ການພັດທະນາທີ່ຍືນຍົງ; ການສະໜັບສະໜູນລະບົບຫລັກການພື້ນຖານ ການຄ້າຫລາຍຝ່າຍ ພາຍໃຕ້ ຫລັກການຂອງອົງການການຄ້າໂລກ; ການຂົນຂວາຍຊັບພະຍາກອນ ໃນການພັດທະນາ ອຸດສາຫະກໍາພາກພື້ນ ເເລະ ການເຊື່ອມຈອດທາງດ້ານພະລັງງານ.​

ໃນວາລະດຽວກັນ, ທ່ານຍັງໄດ້ສືບຕໍ່ກ່າວຄໍາເຫັນໃນນາມ ສປປ ລາວ ໂດຍເເຈ້ງຕໍ່ທີ່ປະຊຸມກ່ຽວກັບ ຄວາມພະຍາຍາມຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເເລະ ຄວາມພະຍາຍາມໃນການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ກັບພາກພື້ນຜ່ານການຈັດຕັ້ງປະຕິບັດຍຸດທະສາດແຫ່ງ ຊາດ ໃຫ້ສອດຄ່ອງກັບ ເປົ້າໝາຍຂອງສາກົນ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາ ຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ໃຫ້ສືບຕໍ່ເພີ່ມທະວີ ການຮ່ວມມື ເເລະ ການສະໜັບສະໜູນ ເພື່ອຮັບປະກັນການສະໜອງທຶນ ເພື່ອການພັດທະນາ ກໍຄື ການບັນລຸ ວາລະ 2030 ສຳລັບການພັດທະນາທີ່ຍືນຍົງ.​

ກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 1​ ໄດ້ຈັດຂຶ້ນໃນປີ 2002 ທີ່ ປະເທດ ເມັກຊິກ;​ ຄັ້ງທີ 2 ໃນປີ 2008 ທີ່ ປະເທດ ກາຕາ ເເລະ ຄັ້ງທີ 3 ຈັດຂຶ້ນໃນປີ 2015 ທີ່ ປະເທດ ເອທີໂອປີ. ໃນປີ 2025 ນີ້, ກອງປະຊຸມ FFD4 ຈະໄດ້ຮັບຮອງ ເອກະສານຄວາມໝາຍໝັ້ນ ເຊວິລ ໃນວັນທີ 3 ກໍລະກົດ 2025 ເຊິ່ງເນື້ອໃນຂອງ ເອກະສານ ໄດ້ກໍານົດບັນດາມາດຕະການ ແລະ ໜ້າວຽກ ແນໃສ່ຫລຸດຜ່ອນ ຊ່ອງວ່າງດ້ານການສະໜອງທຶນ, ແກ້ໄຂບັນຫາຄວາມບໍ່ເທົ່າທຽມທົ່ວໂລກ ແລະ ສົ່ງເສີມການພັດທະນາ ແບບຍືນຍົງ ໂດຍຜ່ານການຮ່ວມມືກັນ ໃນຂອບຫລາຍຝ່າຍ. ພ້ອມນັ້ນ, ຄະນະຜູ້ເເທນ ສປປ ລາວ ຈະສືບຕໍ່ຕິດຕາມເຂົ້າຮ່ວມ ກອງປະຊຸມຕ່າງໆ ເປັນຕົ້ນກອງປະຊຸມປິ່ນອ້ອມ ລະດັບສູງໄປຈົນເຖິງວັນທີ 3 ກໍລະກົດ 2025.


ຂ່າວ
: ກົມອົງການຈັດຕັ້ງສາກົນ, ກະຊວງ ຕປທ.

ພາບ: ກົມປະຊາສຳພັນ ຫສນຍ

KPL