ສໍາເລັດ ຝຶກອົບຮົມການຮຽນຮູ້ ການລາຍງານ ຂ່າວສີຂຽວ ເພື່ອການພັດທະນາແບບຍືນຍົງ

ຂປລ. ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມກ່ຽວກັບ ການລາຍງານຂ່າວສີຂຽວ ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 23-27 ມິຖຸນາ 2025 ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ (ແກມຊິວ). ຊຸດອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ ການລາຍງານຂ່າວບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ, ການພັດທະນາສີຂຽວຍືນຍົງ ແລະ ບັນຫາສິ່ງແວດລ້ອມ, ຄວາມປອດໄພໃນການໃຊ້ສື່ສັງຄົມອອນລາຍ, ການຄຸ້ມຄອງສື່, ຈັນຍາບັນນັກຂ່າວ, ການນໍາໃຊ້ປັນຍາປະດິດໃນວຽກງານສື່ ແລະ ຜະລິດບົດເລື່ອງສັ້ນໃນຮູບແບບຕ່າງໆ ສຳລັບສື່ອອນລາຍ.
ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ມີຄວາມໝາຍສໍາຄັນຫລາຍ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເນື່ອງຈາກໃນຍຸກປັດຈຸບັນສັງຄົມຫັນມາ ບໍລິໂພກຂໍ້ມູນຂ່າວສານຜ່ານສື່ ອອນລາຍຫລາຍຂຶ້ນ ເຮັດໃຫ້ສື່ມວນຊົນ ມີຄວາມຈໍາເປັນຕ້ອງປັບປຸງຕົນເອງ ໃຫ້ແທດເໝາະກັບການພັດທະນາ ແລະ ການຂະຫຍາຍຕົວຂອງສື່ຕ່າງໆ ໂດຍສະເພາະເພື່ອຮອງຮັບໃຫ້ແກ່ ການຫັນເຂົ້າສູ່ລະບົບດີຈິຕອນໃນຕໍ່ໜ້າ ແລະ ສາມາດນໍາເອົາຄວາມຮູ້ທີ່ຮຽນມາ ໄປໝູນໃຊ້ໃນວຽກງານຕົວຈິງ, ພ້ອມທັງນໍາໄປເຜີຍແຜ່ໃຫ້ບົດຮຽນ ໃຫ້ແກ່ເພື່ອນຮ່ວມງານ ພາຍໃນສໍານັກງານດ້ວຍກັນ.
ນອກຈາກນັ້ນ, ສຳມະນາກອນຍັງ ໄດ້ໄປລົງທັດສະນະສຶກສາຕົວຈິງ ໃນຫົວຂໍ້: ການທ່ອງທ່ຽວສີຂຽວ ຢູ່ວັງວຽງ ແຂວງວຽງຈັນ ເພື່ອໄປເກັບກຳຂໍ້ມູນມາຜະລິດເປັນຄລິບວິດີໂອ ເລື່ອງສັ້ນ ອອກສື່ຕ່າງໆ ເຊັ່ນ: ເຟສບຸກ, ຢູທູບ ຫລື ເວັບໄຊ ທີ່ສຳມະນາກອນສັງກັດຢູ່ ແລະ ສົ່ງໄປເຂົ້າຮ່ວມ ແຂ່ງຂັນ ໂດຍຈະມີລາງວັນ ທີ 1 ທີ 2 ແລະ ທີ 3 ແລະ ລາງວັນຊົມເຊີຍ. ບົດທີ່ຖືກຄັດເລືອກລາງວັນທີ 1 ຫາ ທີ 3 ເຈົ້າຂອງບົດຈະໄດ້ໄປທັດສະນະຢູ່ ສສ ຫວຽດນາມ ໃນທ້າຍປີ 2025 ຫລື ຕົ້ນປີໜ້າ ເຊິ່ງປີທີ່ຜ່ານມາເຈົ້າຂອງບົດທີ່ໄດ້ຮັບລາງວັນ ແມ່ນໄດ້ໄປ ທັດສະນະສຶກສາ ຢູ່ປະເທດໄທ.
ໂຄງການ ແກມຊິວ ໄດ້ເນັ້ນໜັກການສ້າງຄວາມຮ່ວມມື ລະຫວ່າງສື່ມວນຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ໃນ ສປປ ລາວ. ການຝຶກອົບຮົມຄັ້ງນີ້, ຍັງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສ້າງ ສື່ມວນຊົນໃຫ້ມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ ອີກດ້ວຍ.
ຂ່າວ: ສຸກທະວີ