ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

01/07/2025 14:22
Email Print 83
KPL - Asean 2024 ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.



ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້
, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ   ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການມອບ-ຮັບລົດໃນຄັ້ງນີ້, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ອັນຈໍາເປັນຂອງວຽກງານ ໄອຍະການປະຊາຊົນ ແລະ ຄວາມຂາດເຂີນທາງດ້ານ ພາຫະນະຮັບໃຊ້ຍັງບໍ່ພຽງພໍ. ສະນັ້ນ, ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ກໍເຫັນໄດ້ຄວາມສຳຄັນ ຕໍ່ກັບວຽກງານ ໄອຍະການປະຊາຊົນ ຈຶ່ງໄດ້ຕົກລົງໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນພາຫະນະດັ່ງກ່າວ, ເພື່ອເປັນການປະກອບສ່ວນເຂົ້າໃນ ການພັດທະນາ ແລະ ຮັບໃຊ້ວຽກງານລວມ ຂອງອົງການໄອຍະການປະຊາຊົນສູງສຸດ.

ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈ ຕໍ່ສະຖານທູດສະຫະລັດອາເມ ລິກາ ປະຈຳ ລາວ ທີ່ເຫັນໄດ້ຄວາມສຳຄັນນຳເອົາລົດດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນການຮັດແໜ້ນ ການພົວພັັນຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ກໍຄື ຮັດແໜ້ນການຮ່ວມມືລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖານທູດອາເມລິກາ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມທັງຢືນຢັນວ່າ ຈະນຳເອົາລົດທີ່ໄດ້ຮັບຄັ້ງນີ້ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ-ພາບ: ອອປສ

KPL