5 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 691,72 ຕື້ກີບ

01/07/2025 13:46
Email Print 83
KPL - Asean 2024 ຂປລ. ໄລຍະ 5 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 691,72 ຕື້ກວ່າກີບ, ເທົ່າກັບ 60,02%. ​ໃນ​ນັ້ນ, ຮັບ​ຈາກ​ສ່ວຍ​ສາ617,12 ຕື້​ກີບ ​ແລະ ຮັບ​ຈາກ​ຊັບ​ສິນ 74,60 ຕື້​ກີບ ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍ ຮັບຫລັກ ແມ່ນການບໍລິການ ດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.



ຂປລ. ໄລຍະ 5
ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 691,72 ຕື້ກວ່າກີບ, ເທົ່າກັບ 60,02%. ​ໃນ​ນັ້ນ, ຮັບ​ຈາກ​ສ່ວຍ​ສາ617,12 ຕື້​ກີບ ​ແລະ ຮັບ​ຈາກ​ຊັບ​ສິນ 74,60 ຕື້​ກີບ ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍ ຮັບຫລັກ ແມ່ນການບໍລິການ ດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າສ່ວຍສາອາກອນປະຈໍາ ແຂວງຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ແຂວງຫລວງພະບາງ ເປັນແຂວງໜຶ່ງທີ່ໄດ້ທົດລອງຫັນ ເປັນແຂວງກຸ້ມຕົນເອງທາງດ້ານງົບປະມານ ໃນປີ 2025, ຜ່ານການຈັດຕັ້ງປະຕິບັດໄລຍະ 5 ເດືອນຕົ້ນປີ ເຫັນວ່າ ການຈັດເກັບລາຍຮັບເຂົ້າງົບປະມານ ແມ່ນເກີນແຜນການທີ່ກໍານົດ, ປັດຈຸບັນກໍາລັງສຸມໃສ່ເອົາຫົວໜ່ວຍທຸລະກິດເຂົ້າສູ່ລະບົບ TaxRis, ຄຸ້ມຄອງຫົວໜ່ວຍທຸລະກິດດ້ວຍລະບົບທັນໄໝ ແລະ ອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດ, ອົງການຈັດຕັ້ງລັດໃນການຈັດເກັບ ຫລື ການແຈ້ງມອບຜ່ານ ລະບົບອອນລາຍຊ່ອງທາງ ຫລາຍຮູບແບບເຮັດໃຫ້ມີ ການສະດວກສະບາຍ. ພ້ອມນີ້, ໄດ້ໂຄສະນາບັນດາລະບຽບການ, ນິຕິກໍາກົດໜາຍ ຕໍ່ພາກທຸລະກິດ, ຕໍ່ສັງຄົມ ແລະ ສື່ຕ່າງໆດ້ວຍຫລາຍຮູບແບບ ແລະ ໄດ້ເຊີນເອົາພາກທຸລະກິດທີ່ເປັນຕົ້ນຕໍຂອງແຂວງ ເພື່ອຫັນເຂົ້າມາສູ່ລະບົບອາກອນມູນຄ່າເພີ່ມ ໃຫ້ຖືບັນຊີນໍາໃຊ້ເກັບເງິນເພີ່ມຂຶ້ນ.



ທ່ານ ຄໍາມ່ວນ ຄໍາບຸນມີ ຍັງໃຫ້ຮູ້ຕື່ມວ່າ: ໃນທິດທາງຕໍ່ໜ້າ ກໍ​ຄື 7
ເດືອນທ້າຍປີ ຄາດ​ຄະ​ເນ ຈັດ​ເກັບລາຍ​ຮັບ​ໃຫ້​ໄດ້ 466,56 ຕື້​ກີບ. ​ໃນ​ນັ້ນ, ລາຍ​ຮັບ​ອາກອນ 358,58 ຕື້​ກີບ ​ແລະ ລາຍ​ຮັບ​ຊັບ​ສິນ 106,98 ຕື້​ກີບ. ເພື່ອເຮັດໃຫ້ບັນລຸຕາມແຜນການດັ່ງກ່າວ, ສ່ວຍສາອາກອນ ແຂວງຫລວງພະບາງ ໄດ້ມີຫລາຍມາດຕະການ ເປັນຕົ້ນ ສືບຕໍ່ໃກ້ຊິດຕິດແທດກັບທຸກແຫລ່ງລາຍຮັບ ເພື່ອເກັບກໍາຂໍ້ມູນລະອຽດ, ຊັດເຈນ, ຊຸກຍູ້ການຄຸ້ມຄອງການຈັດເກັບລາຍຮັບຢ່າງລວມສູນ, ເປັນລະ ບົບທີ່ທັນສະໄໝຢ່າງແຂງແຮງ; ສືບຕໍ່ເຜີຍແຜ່ໂຄສະນາ, ນິຕິກໍາ, ກົດໝາຍຜ່ານສື່ຕ່າງໆ ຕໍ່ສັງຄົມ ຕໍ່ພາກທຸລະກິດໃຫ້ຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງຈະແຕ່ງຄະນະຮັບຜິດຊອບ ລົງເດີນສໍາຫລວດຫົວໜ່ວຍທຸ ລະກິດຕື່ມ ຢູ່ນະຄອນຫລວງພະບາງ ແລະ ເມືອງນໍ້າບາກ, ພາຍຫລັງສໍາຫລວດຖານຂໍ້ມູນລະອຽດແລ້ວ ຄາດວ່າຈະສ້າງຖານລາຍຮັບທີ່ໝັ້ນຄົງ, ຈະເຮັດໃຫ້ເກັບລາຍຮັບ ເພີ່ມຂຶ້ນ ໂດຍສະເພາະຢູ່ 2 ຈຸດດັ່ງກ່າວຄື: ນະ ຄອນຫລວງພະບາງ ແລະ ເມືອງນໍ້າບາກ ເພື່ອຫັນຫົວໜ່ວຍຈຸນລະວິສາຫະກິດ ເຂົ້າສູ່ລະບົບ ລວມທັງຫົວໜ່ວຍສ້າງຕັ້ງໃໝ່ທີ່ມີເງື່ອນໄຂ ໃຫ້ຖືບັນຊີນໍາໃຊ້ໃບເກັບເງິນ ແຈ້ງມອບອາກອນດ້ວຍຕົນເອງ ໃຫ້ຫລາຍຂຶ້ນ, ສຸມໃສ່ເກັບອາກອນ ມູນຄ່າເພີ່ມ, ອາກອນຊົມໃຊ້ ເຊັ່ນ: ເຮືອນພັກ, ໂຮງແຮມ, ຮ້ານອາ ຫານ, ຮ້ານບັນເທີງ ແລະ ແຫລ່ງທ່ອງທ່ຽວຕ່າງໆ.

ຂ່າວ-ພາບ: ວີລະວັນ

KPL