ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ, ພ້ອມດ້ວຍຄະນະສະມາຄົມ ການສຶກສາພາກເອກະຊົນ, ຄະນະຈາກສະຖາບັນມາດຕະຖານ ວຸທິປັນຍາປະດິດແຫ່ງປະເທດໄທ, ມີຜູ້ປະກອບການ, ຜູ້ບໍລິຫານ, ຜູ້ອໍານວຍການໂຮງຮຽນ ແລະ ພະນັກງານຄູ-ອາຈານທີ່ມາຈາກໂຮງຮຽນເອກະຊົນ ໃນນະຄອນຫລວງວຽງຈັນ ແລະ ມາຈາກແຂວງວຽງຈັນ, ຊຽງຂວາງ, ບໍ່ແກ້ວ, ຫລວງນ້ຳທາ, ບໍລິຄຳໄຊ ແລະ ແຂວງຫລວງພະບາງ ເຂົ້າຮ່ວມ.
ທ່ານ ຄຳແສນ ສີສະວົງ ໄດ້ໃຫ້ຮູ້ວ່າ: ການຈັດຝຶກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ ຄັ້ງນີ້ເປັນຄັ້ງທຳອິດ ເພື່ອຍົກສູງຄວາມຮູ້ເບື້ອງຕົ້ນກ່ຽວກັບ AI ໃຫ້ແກ່ບັນດາໂຮງຮຽນເອກະຊົນ ພາຍໃນລາວ ຊຶ່ງເປັນກອງປະຊຸມທີ່ມີຄວາມສຳຄັນຫລາຍໃຫ້ແກ່ບັນດາ ໂຮງຮຽນເອກະຊົນ ຊ່ວຍເຂົ້າໃນການຮຽນ-ການສອນ ພາຍໃນໂຮງຮຽນໃນຂອບເຂດທົ່ວປະເທດ. ຫລັງຈາກຝຶກອົບຮົມແລ້ວ ຈະໄດ້ຄົ້ນຄວ້າລົງເລິກວ່າຈະເອົາ AI ເຂົ້າໄປຊ່ວຍໃນວິຊາໃດ, ຂະແໜງການໃດ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພິເສດແມ່ນເພື່ອຊ່ວຍໃຫ້ນັກຮຽນ ສາມາດຄົ້ນຄວ້າ, ວິເຄາະ, ວິໄຈ, ຫາຂໍ້ມູນຄຳຖາມ-ຄຳຕອບໄດ້ງ່າຍຂຶ້ນ ແລະ ໃຫ້ທັນຍຸກທັນສະໄໝ.
ການຝຶກອົບຮົມຄັ້ງນີ້, ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບ ຍຸດທະສາດການພັດທະນາຈິດໃຈ ເພື່ອສ້າງແຮງຈູງໃຈທີ່ສູງ; ສຸດຍອດເຄັດລັບ ລວມ AI ຟຣີ ເພື່ອນໍາໃຊ້ໃນຊີວິດປະຈໍາວັນ; ກົດໝາຍສາກົນກ່ຽວກັບ AI; ສູດລັບ AI ສ້າງແຜນການສອນ, ສ້າງຄວາມຮູ້, ສ້າງຂໍ້ສອບ ພ້ອມຄໍາຕອບ; ຍຸດທະສາດການພັດທະນາ AI ເພື່ອການສຶກສາ; ສຸດຍອດອັດສະລິຍະ AI ສ້າງສື່ການສອນ, ສ້າງຮູບພາບ, ແຕ່ງເພງ ແລະ ຕັດຕໍ່ວິດີໂອ; ສູດລັດ AI ເຮັດການວິໄຈຫ້ອງຮຽນ ແລະ ການວິເຄາະຂໍ້ມູນວິໄຈ ແລະ ສ້າງສະໄລ້ນໍາສະເໜີ ສະຫລຸບຜົນຂອງຜູ້ເຂົ້າຮ່ວມການຝຶກອົບຮົມ ແບບອັດສະລິຍະ ຕື່ມອີກ.
ຂ່າວ-ພາບ: ບົວລະພາ