ອິນໂດເນເຊຍ-ມາເລເຊຍ ຈະພະຍາຍາມແກ້ໄຂຄວາມເຄັ່ງຕຶງລະຫວ່າງ ໄທ-ກຳປູເຈຍ

30/06/2025 16:21
Email Print 83
KPL - Asean 2024 ທ່ານ ປຣາໂບໂວ ສຸບຽນໂຕ(Prabowo Subianto), ປະທານາທິບໍດີ ອິນໂດເນເຊຍ ແລະ ທ່ານ ອັນວາ ອິບຣາຮິມ(Anwar Ibrahim), ນາຍົກລັດຖະມົນຕີ ມາເລເຊຍ ລ້ວນແຕ່ສະແດງ ຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງ ຢູ່ເຂດຊາຍແດນ ລະຫວ່າງ ໄທ ແລະ ກຳປູເຈຍ.

       ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້,  ທ່ານ ປຣາໂບໂວ ສຸບຽນໂຕ(Prabowo Subianto), ປະທານາທິບໍດີ ອິນໂດເນເຊຍ ແລະ ທ່ານ ອັນວາ ອິບຣາຮິມ(Anwar Ibrahim), ນາຍົກລັດຖະມົນຕີ ມາເລເຊຍ ລ້ວນແຕ່ສະແດງ ຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງ ຢູ່ເຂດຊາຍແດນ ລະຫວ່າງ ໄທ ແລະ ກຳປູເຈຍ. ການນຳທັງ 2 ຝ່າຍ ປາດຖະໜາ ຢາກປະກອບສ່ວນ ເຂົ້າໃນ ຄວາມມານະ ພະຍາຍາມ ເພື່ອໄກເກ່ຍ ລະຫວ່າງ 2 ປະເທດ ສະມາຊິກ ອາຊຽນ. ຄວາມເຄັ່ງຕຶງ ຢູ່ເຂດຊາຍແດນ ລະຫວ່າງ ໄທ ແລະ ກຳປູເຈຍ ແມ່ນໜຶ່ງ ໃນບັນດາຫົວຂໍ້ ຈຸດສຸມໃນການພົບປະ ລະຫວ່າງ ການນຳ 2 ປະເທດ ຢູ່ວັງເມີເດກາ( Merdeka). ມາເລເຊຍ ແລະ ອິນໂດເນເຊຍ ຈະມານະ ພະຍາຍາມ ສຳຜັດກັບ 2 ປະເທດ ເພື່ອແນໃສ່ ຫລຸດຜ່ອນ ແລະ ເຮັດໃຫ້ ຄວາມເຄັ່ງຕຶງ ໃຫ້ຫລຸດລົງ. ພ້ອມທັງ ໄດ້ເຫັນດີ ເດີນຕາມ ການຮ່ວມມື ເສດຖະກິດລວມ ຢູ່ເຂດທະເລ ເກີດການຂັດແຍ້ງກັນ ແມ່ນເຂດທະເລອຳບາລັດ (Ambalat) (ຕາມການເອີນຂອງ ອິນໂດເນເຊຍ) ນອນຢູ່ລະຫວ່າງ ແຂວງ ກາລີມັນຕັນ(Kalimantan) ຕາເວັນອອກຂອງ ອິນໂດເນເຊຍ ແລະ ລັດ ຊາບັດ( Sabat) ຂອງ ມາເລເຊຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL