ລົງນາມຮ່ວມມື ສົ່ງເສີມ ການຮຽນ-ການສອນ ເຕັກນິກ-ວິຊາຊີບ

30/06/2025 13:58
Email Print 83
KPL - Asean 2024 ຂປລ.ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດ ໂຄງການຮ່ວມມື ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ເຕັກນິກ-ວິຊາຊີບ ລະຫວ່າງ ໂຮງຮຽນ ເຕັກນິກ-ວິຊາຊີບ ເວດສະພົງ ກະຊວງສຶກສາທິການ ແລະ ກິລາ ກັບ ບໍລິສັດລາວກາເລັກຊີອິນເວດເມັ້ນ ໂຣດິງ ກຣຸບ ຈຳກັດ ແຫ່ງ ສປ ຈີນ



ຂປລ.ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດ ໂຄງການຮ່ວມມື ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ເຕັກນິກ-ວິຊາຊີບ ລະຫວ່າງ ໂຮງຮຽນ ເຕັກນິກ-ວິຊາຊີບ ເວດສະພົງ ກະຊວງສຶກສາທິການ ແລະ ກິລາ ກັບ ບໍລິສັດລາວກາເລັກຊີອິນເວດເມັ້ນ ໂຣດິງ ກຣຸບ ຈຳກັດ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ
29 ມິຖຸນາ 2025 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຄຳພຽງ ແກ້ວລັງສີ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ກັບ ທ່ານ ເຈງ ຈ້ານອີ່ ຜູ້ອຳນວຍ ການໃຫຍ່ ບໍລິສັດລາວ ກາເລັກ ຊີອິນເວດເມັ້ນ ໂຣດິງ ກຣຸບ, ມີພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກໃນຄັ້ງນີ້, ເພື່ອຮ່ວມກັນຊຸກຍູ້, ສົ່ງເສີມ, ຕິດຕາມການຮຽນ-ການສອນວິ ຊາຊີບ(ສ້ອມແປງ) ຄາດວ່າຈະເລີ່ມເປີດໃນສົກຮຽນ 2025-2026 ແນໃສ່ເຮັດໃຫ້ການສອນ ທິດສະດີ ຕິດພັນກັບພາກປະຕິບັດຕົວຈິງ (ຮຽນແບບຄວບຄູ່) ໂດຍຮຽນພາກທິດສະດີ ຢູ່ໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ, ສ່ວນພາກປະຕິບັດຕົວຈິງ ແລະ ຝຶກງານແມ່ນຢູ່ກັບ ບໍລິສັດລາວກາແລັກຊີອິນເວດເມັ້ນ ໂຣດິງ ກຣຸບ ຈຳກັດ.

ການຮ່ວມມືດັ່ງກ່າວ, ໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ຈະຂົນຂວາຍເອົານັກຮຽນ-ນັກສຶກສາມາຮຽນວິຊາຊີບ, ຈັດຕັ້ງການຮຽນ-ການສອນ ພາກທິດສະດີ ແລະ ຈັດສົ່ງນັກສຶກສາ ລົງຝຶກງານຕາມຫລັກສູດ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ພ້ອມທັງສະໜອງເອກະສານ ແລະ ຄູສອນ ພາກປະຕິບັດຕົວຈິງ, ກຽມພ້ອມດ້ານຕ່າງໆໃນການຮັບເອົານັກຮຽນ, ນັກສຶກສາ, ຜູ້ຝຶກງານພາຍ ຫລັງສຳເລັດການຮຽນທິດສະດີ, ວິຊາທີ່ກ່ຽວຂ້ອງຕາມທີ່ໄດ້ດຳເນີນພາກປະຕິບັດຕົວຈິງ ໂດຍຈະສົ່ງນັກສຶກສາ ລົງຝຶກງານຕາມທີ່ຮຽນຈົບໃນແຕ່ລະສາຂາ ຫລື ລົງຝຶກງານຕອນຮຽນຈົບພາກທິດສະດີ ໃນແຕ່ລະພາກຮຽນ ຫລື ສົກຮຽນ ແລະ ຈະປະຕິບັດແບບຄູ່ຂະໜານ ໝາຍວ່າໃນທິດໜຶ່ງຮຽນທິດສະດີ 2 ວັນ ແລະ ລົງພາກປະຕິບັດຕົວຈິງ ຢູ່ບໍລິສັດ 4 ວັນ.

ສຳລັບ ບໍລິສັດລາວກາເລັກຊີອິນເວດເມັ້ນ ໂຣດິງ ກຣຸບ ຈຳກັດ ຈະຮັບເອົານັກສຶກສາລົງມາຝຶກງານ, ພ້ອມຈະອຳນວຍຄວາມສະດວກ ທຸກຢ່າງໄລຍະຝຶກງານຢູ່ກັບບໍລິສັດ, ພ້ອມທັງ ຈະຮັບເອົານັກຮຽນ-ນັກສຶກສາ ເມື່ອຮຽນຈົບຫລັກສູດ ມາເປັນພະນັກງານຂອງບໍລິສັດ.

KPL