ສະຫະພາບເອີຣົບ ຍົກເລີກການລົງໂທດດ້ານເສດຖະກິດຕໍ່ຊີຣີ ຢ່າງເປັນທາງການ
Email
Print
83

KPL - Asean 2024
ສະຫະພາບ ເອີຣົບ ໄດ້ຍົກເລີກ ການລົງໂທດ ດ້ານເສດຖະກິດ ທັງໝົດ ທີ່ມີຕໍ່ ຊີຣີ, ມີພຽງແຕ່ ຮັກສາໄວ້ ການລົງໂທດ ດ້ານຄວາມໝັ້ນຄົງ.
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 28 ພຶດສະພານີ້, ສະຫະພາບ ເອີຣົບ ໄດ້ຍົກເລີກ ການລົງໂທດ ດ້ານເສດຖະກິດ ທັງໝົດ ທີ່ມີຕໍ່ ຊີຣີ, ມີພຽງແຕ່ ຮັກສາໄວ້ ການລົງໂທດ ດ້ານຄວາມໝັ້ນຄົງ. ຄະນະກໍາມາທິການ ສະຫະພາບ ເອີຣົບ ຍັງໄດ້ຖອນວິສາຫະກິດ 24 ແຫ່ງ ອອກຈາກ ບັນຊີ ລາຍຊື່ລົງໂທດ ທີ່ຖືກ ສະຫະພາບ ເອີຣົບ ອາຍັດເງິນທຶນ ແລະ ຊັບພະຍາກອນ ທາງດ້ານເສດຖະກິດ. ວິສາຫະກິດ ເຫລົ່ານີ້ ມີທະນາຄານ ຫລາຍແຫ່ງ ລວມເຖິງທະນາຄານກາງຊີຣີ, ພ້ອມດ້ວຍ ບໍລິສັດ ທີ່ມີຖານະບົດບາດ ສໍາຄັນ ໃນການຟື້ນຟູ ເສດຖະກິດ ຂອງຊີຣີ ຄືນໃໝ່ ເຊັ່ນ: ບໍລິສັດກ່ຽວກັບ ການຜະລິດ ແລະ ກັ່ນຕອງ ນໍ້າມັນ ເຊື້ອໄຟ, ອຸດສາຫະກຳຝ້າຍ, ອຸດສາຫະກຳ ໂທລະຄົມ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ