ຝຶກອົບຮົມ ຮຽນຮູ້ການພັດທະນາພະລັງງານສີຂຽວ

02/06/2025 14:58
Email Print 83
KPL - Asean 2024 ຂປລ. ກຸ່ມບໍລິສັດ ນໍ້າ ແລະ ໄຟຟ້າສາກົນແຫ່ງ ສປ ຈີນ (CCCG) ຮ່ວມກັບ ມະຫາວິທະຍາໄລ ລາວ-ຈີນ ແລະ ມະຫາວິທະຍາໄລ ເຫີໄຮ ສປ ຈີນ ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ ຫ້ອງຮຽນສີຂຽວ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກຊັບພະວິຊາ ໃນວັນທີ 30 ພຶດສະພາ 2025 ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ.



ຂປລ. ກຸ່ມບໍລິສັດ ນໍ້າ ແລະ ໄຟຟ້າສາກົນແຫ່ງ ສປ ຈີນ (
CCCG) ຮ່ວມກັບ ມະຫາວິທະຍາໄລ ລາວ-ຈີນ ແລະ ມະຫາວິທະຍາໄລ ເຫີໄຮ ສປ ຈີນ ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ ຫ້ອງຮຽນສີຂຽວ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກຊັບພະວິຊາ ໃນວັນທີ 30 ພຶດສະພາ 2025 ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ.




ໂອກາດ​ນີ້, ທ່ານ ໂຈ້ຈ້ຽນຊູ ຈາກພາກວິຊາໄຟຟ້າພະລັງງານນໍ້າ ມະຫາວິທະຍາໄລ ເຫີໄຮ ສປ ຈີນ ໄດ້ບັນຍາຍກ່ຽວກັບຜົນສໍາເລັດການພັດທະນາ
, ການນໍາໃຊ້ໄຟຟ້າພະລັງານນໍ້າ ແລະ ເຕັກໂນໂລຊີທີ່ສໍາຄັນ ເຊິ່ງເນື້ອໃນບົດສອນ ໄດ້ຍົກໃຫ້ເຫັນເຖິງ ໂຄງການຕົວແບບພົ້ນເດັ່ນ ດ້ານພະລັງງານ ສີຂຽວ ຂອງ ສປ ຈີນ ລວມທັງເຂື່ອນໄຟຟ້າ, ໂຄງການສູບນໍ້າຜະລິດໄຟຟ້າໝູນວຽນ ແລະ ໄຟຟ້າພະລັງງານລົມ. ພ້ອມນີ້, ຍັງໄດ້ເນັ້ນກ່ຽວກັບການກໍ່ສ້າງ ແລະ ດໍາເນີນງານຂອງເຂື່ອນໄຟຟ້ານໍ້າລີກ 1-2, ເຂື່ອນໄຟຟ້ານໍ້າງຽບ 2, ເຂື່ອນໄຟຟ້ານໍ້າກົງ 1 ທີ່ບໍລິສັດຈີນມີສ່ວນຮ່ວມ ໃນການກໍ່ສ້າງ ຢູ່ໃນ ສປປ ລາວ ໂດຍອີງໃສ່ສະພາບຕົວຈິງຂອງໂຄງການ, ພ້ອມທັງອະທິບາຍລະອຽດເຖິງ ທິດສະດີການພັດທະນາເຕັກໂນໂລຊີເຂື່ອນໄຟຟ້າ, ພະລັງງານສີຂຽວ ມີຜົນດີແນວໃດຕໍ່ການພັດທະນາ ແລະ ວິທີການປົກປ້ອງລະບົບນິເວດຕ່າງໆ.




ໃນພິທີ
, ຜູ້ຕາງໜ້າຈາກຝ່າຍລາວ ແລະ ຈີນ ໄດ້ເນັ້ນເຖິງຄວາມສໍາຄັນຕໍ່ ການຮ່ວມມືດ້ານການສຶກສາ ແລະ ການພັດທະນາສີຂຽວ, ເຊິ່ງການບັນຍາຍໃນຄັ້ງນີ້ ຈະຖ່າຍທອດແນວຄິດ ກ່ຽວກັບການພັດທະນາພະລັງງານສີຂຽວ ໃຫ້ແກ່ຊາວໜຸ່ມລາວ ກໍຄື ນັກສຶກສາລາວ ສາມາດແບ່ງປັນ ເຕັກໂນໂລຊີ ທີ່ກ່ຽວຂ້ອງ ແລະ ໝາກຜົນມາໃຊ້ໃນຕົວຈິງ. ນອກຈາກນັ້ນ, ນັກວິສະວະກອນຈາກທັງສອງປະເທດ ຍັງໄດ້ແບ່ງປັນປະສົບການກັບບັນດານັກສຶກສາ, ແນະນໍາຂັ້ນຕອນການກໍ່ສ້າງ ແລະ ບໍລິຫານດໍາເນີນງານຂອງເຂື່ອນໄຟຟ້າຕື່ມອີກ.

KPL