ລັດຖະມົນຕີ ກະຊວງການເງິນ ຕ້ອນຮັບ ຜູ້ອຳນວຍການ ຫ້ອງການ ເອດີບີ ປະຈຳລາວ

ຂປລ. ໃນວັນທີ 27 ພຶດສະພາ 2025 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ນາງ ເອລິສເບັດ-ແອນ ແຊນນີ ແຄມເບວ ຜູ້ອຳນວຍການຫ້ອງການ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ (ADB) ເພື່ອແນະນຳໂຕເອງ ຢ່າງເປັນທາງການ ໃນວາລະການປະຈໍາການຢູ່ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື, ປຶກສາຫາລືວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ADB, ຍຸດທະສາດການຮ່ວມມື CPS (2024-2028).
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ມາຍັງທ່ານ ນາງ ເອລິສເບັດ-ແອນ ແຊນນີ ແຄມເບວ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຜູ້ອຳນວຍການ ຫ້ອງການ ADB ປະຈໍາ ສປປ ລາວ, ກະຊວງການເງິນ ຍິນດີຕ້ອນຮັບ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ຮ່ວມມືຈັດຕັ້ງປະຕິບັດວຽກງານ ຮ່ວມກັບ ADB ປະຈໍາ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ໄລຍະປີ 2024-2028 ໃຫ້ບັນລຸຕາມເປົ້າໝາຍ ເຊິ່ງການຈັດຕັ້ງປະຕິບັດບັນດາຍຸດທະສາດ ໄດ້ກາຍເປັນເຄື່ອງມືວັດແທກການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB, ການອອກແບບ ແລະ ຈັດຕັ້ງປະຕິບັດໂຄງການ ຕ້ອງມີລັກສະນະຈຸດສຸມ ເນັ້ນໃຫ້ເຫັນໝາກຜົນທີ່ເປັນປະໂຫຍດໃຫ້ສົງຄົມຢ່າງຍືນຍົງ, ທົນທານ, ສ້າງມູນຄ່າເພີ່ມ, ຕໍ່ຍອດໃຫ້ເງິນກູ້. ສະນັ້ນ, ການປະສານສົມທົບ ລະຫວ່າງ ADB ແລະ ພາກສ່ວນກ່ຽວຂ້ອງຂອງລັດ ເປັນຕົ້ນ ກະຊວງການເງິນ ຈະຕ້ອງເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຄົ້ນຄວ້າ, ຄັດເລືອກກິດຈະກຳຂອງໂຄງການທີ່ເຫັນວ່າ ຈະເກີດປະໂຫຍດສູງສຸດ ໃນການນຳໃຊ້ເງິນກູ້.
ພ້ອມນີ້, ທ່ານລັດຖະມົນຕີກະຊວງການເງິນ ຍັງໃຫ້ສະເໜີ ADB ຊ່ວຍພິຈາລະນາ ການລະ ດົມຂົນຂວາຍພາກເອກະຊົນ ເຂົ້າມາມີສ່ວນຮ່ວມໃນການພັດທະນາໂຄງການຕ່າງໆ ໃນຂະແໜງສັງຄົມ ແລະ ການບໍລິການ ເພື່ອຫລຸດຜ່ອນການກູ້ຢືມ ຂອງລັດຖະບານ; ສະເໜີ ADB ສືບຕໍ່ຊຸກຍູ້ ສົ່ງເສີມການເຊື່ອມຈອດລະຫວ່າງ ສປປ ລາວ ກັບປະເທດເພື່ອນບ້ານ ແລະ ພາກພື້ນ ເພື່ອສ້າງໃຫ້ ສປປ ລາວ ເປັນສູນກາງດ້ານການຂົນສົ່ງ, ເສດຖະກິດ, ການທ່ອງທ່ຽວ ແລະ ອື່ນໆ ທີ່ຈະຊ່ວຍເພີ່ມລາຍຮັບໃຫ້ ສປປ ລາວ ແລະ ຊ່ວຍໃຫ້ ສປປ ລາວ ສາມາດເຂົ້າເຖິງແຫລ່ງທຶນສີຂຽວ ທີ່ມີເງື່ອນໄຂຜ່ອນຜັນ ເພື່ອນຳໃຊ້ເຂົ້າໃນການພັດທະນາ ໂຄງລ່າງພື້ນຖານ ແລະ ການພັດທະນາສີຂຽວ.
ຂ່າວ: ກະຊວງການເງິນ