ຫລາຍແຂວງກະກຽມຄວາມພ້ອມຫລາຍດ້ານໃນການປູກຕົ້ນໄມ້ແຫ່ງຊາດ

*ປັດຈຸບັນຫລາຍແຂວງໄດ້ມີການກະກຽມຄວາມພ້ອມຫລາຍດ້ານ ເພື່ອສະເຫລີມສະຫລອງວັນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ນີ້, ໂດຍສະເພາະແມ່ນເນື້ອທີ່ປູກ, ເບ້ຍໄມ້ ແລະ ອ່ືນໆທ່ີຈຳເປັນເພື່ອເຮັດໃຫ້ວັນດັ່ງກ່າວ ມີຄວາມໝາຍສຳຄັນທັງບັນລຸໄດ້ຕາມຄາດໝາຍທີ່ລັດຖະບານວາງໄວ້.ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດປີນີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນອາທິດຜ່ານມານີ້ວ່າ: ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ທີ່ຈະມາເຖິງນີ້, ທົ່ວປະເທດມີແຜນຈະປູກຕ້ົນໄມ້ໃຫ້ໄດ້ 997.000 ພັນກວ່າເບ້ຍ, ໃນເນື້ອທີ່ທັງໝົດ 1.600 ກວ່າເຮັກຕາ. ສະເພາະກະຊວງກະສິກໍາ ແລະ ປ່າໄມ້ໄດ້ປະສານສົມທົບກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງຮ່ວມກັນສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໃນເນື້ອທີ່ປະມານ 3 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ທີ່ຈະນຳໄປປູກປະກອບມີ: ໄມ້ດູ່, ໄມ້ຍາງ, ໄມ້ແຄນ ຈຳນວນ 3 ພັນກວ່າເບ້ຍ. ນອກຈາກນີ້, ກະຊວງກະສິກໍາ ແລະ ປ່າໄມ້ຍັງໄດ້ສົມທົບກັບຄະນະພັກ- ຄະນະນຳອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນໃຫ້ເປັນຂະບວນຟົດຟື້ນ ໂດຍມີແຜນການເກັບແກ່ນພັນໄມ້ໃຫ້ໄດ້ 45 ພັນກວ່າກິໂລກຣາມ, ກ້າເບ້ຍໄມ້ 24,3 ລ້ານກວ່າເບ້ຍ ແລະ ປູກໄມ້ 37.200 ກວ່າເຮັກຕາ ໃນປີ 2025 ນີ້.
ຂະນະທີ່ທ່ານ ບຸນມີ ສະຫວັດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຮອດປັດຈຸບັນມີຄວາມພ້ອມດ້ານເນື້ອທີ່ປູກແລ້ວ 5 ເມືອງ (ນະຄອນຫລວງພະບາງ, ເມືອງຈອມເພັດ, ເມືອງປາກອຸ, ເມືອງໂພນໄຊ ແລະ ເມືອງງອຍ) ມີເນື້ອທີ່ທັງໝົດ 200 ກວ່າເຮັກຕາ ແລະ ໄດ້ກະກຽມກ້າເບ້ຍໄມ້ໄດ້ທັງໝົດ 680.000 ເບ້ຍ. ສຳລັບພິທີປູກຕ້ົນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ, ແຂວງໄດ້ກະກຽມສະຖານທ່ີປູກຢູ່ບ້ານຫລັກສິບ ນະຄອນຫລວງພະບາງ ໃນເນື້ອທີ່ປະມານ 13 ເຮັກຕາ, ໂດຍຈະປູເບ້ຍໄມ້ຮັກສາແຫລງນ້ຳ ເປັນຕົ້ນໄມ້ສົ້ມຝາດ, ໄມ້ແຕ້ຂ່າ, ໄມ້ຕີ້ວ ແລະ ໄມ້ອື່ນໆ. ປັດຈຸບັນກໍາລັງກະກຽມຄວາມພ້ອມແຕ່ລະດ້ານໃນການຈັດພິທີຄາດວ່າຈະຈັດພິທີຕົວ ຈິງໃນວັນທີ 1 ມິຖຸນາ 2025. ສ່ວນບັນດາເມືອງທີ່ມີເງື່ອນໄຂອາດຈະຈັດກ່ອນ ຫລື ຫລັງວັນທີ 1 ເພື່ອໃຫ້ຄົບຕາມເນື້ອທີ່ ທີ່ໄດ້ກໍານົດ 200 ກວ່າເຮັກຕາ.
ສ່ວນຢູ່ເມືອງໄຊເສດຖາ ແຂວງອັດຕະປື, ທ່ານ ຂັນທອງ ພິຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ປີນີ້ທາງເມືອງມີແຜນຈະປູກໄມ້ຟື້ນຟູປ່າໃນ 3 ປະເພດປ່າ ແລະ ນອກ 3 ປະເພດປ່າ ຈຳນວນ 24.108 ຕ້ົນ, ໃນເນື້ອທ່ີ 21.699 ເຮັກຕາ. ສຳລັບໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ນີ້ທາງເມືອງ ໄດ້ແບ່ງອອກເປັນ 4 ຈຸດ ໂດຍໄດ້ ກະກຽມເບ້ຍໄມ້ 4.755 ເບ້ຍ ໃນເນື້ອທີ່ 5,6 ເຮັກຕາ ໃນນີ້, ປູກຢ່ສອງພາກທາງເຂົ້າບ້ານຊະແຄະ ແຕ່ປະຕູໂຂງຫາບ້ານ 125 ເບ້ຍ (ໄມ້ດູ່ໃຫຍ່ຊຳ) ເນື້ອທີ່ 0,64 ເຮັກຕາ; ປູກຢູ່ໂຮງຮຽນປະຖົມວັດຫລວງ 125 ເບ້ຍ (ໄມ້ດູ່ໃຫຍ່ຊຳ) ເນື້ອທີ່ 0,46 ເຮັກຕາ; ປູກຢູ່ເຂດພູສາມເສົ້າ 555 ເບ້ຍ (ປະເພດໄມ້ກະຖິນນາລົງ) ເນື້ອທີ່ 0,5 ເຮັກຕາ; ປູກຢູ່ສະຖານີບໍລິການເຕັກນິກກະສິກຳບ້ານວັດຫລວງ 750 ເບ້ຍ (ປະເພດໄມ້ກະຖິນນາ ລົງ) ເນື້ອທີ່ 1 ເຮັກຕາ. ນອກຈາກຂະບວນການປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດແລ້ວກໍຍັງສືບຕ່ໍຈັດຕັ້ງປະຕິບັດການປູກໄມ້ໃນວັນອື່ນໆ ທີ່ເຫັນວ່າມີຄວາມພ້ອມຂອງແຕ່ລະພາກສ່ວນໃຫ້ທ່ວງທັນກັບລະດູການຈົນກວ່າສຳເລັດ. ພ້ອມ ນ້ີ, ກໍໃຫ້ສຳນັກງານຫ້ອງການອ້ອມຂ້າງ, ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນທົ່ວເມືອງນຳໄປປູກຕື່ມ 1.363 ເບ້ຍ ໃນເນື້ອທີ່ 10.099 ເຮັກຕາ ແລະ ສືບຕໍ່ເອົາໃຈໃສ່ການບົວລະບັດຮັກສາຕົ້ນໄມ້ໃຫ້ມີການເຕີບໂຕ ເຮັດໃຫ້ອັດຕາການຕາຍມີໜ້ອຍທີ່ສຸດ ແລະ ເພື່ອເຮັດໃຫ້ຂະບວນການປູກຕົ້ນໄມ້ແຫ່ງຊາດປີນ້ີໃຫ້ເປັນຂະບວນການຢ່າງຟົດຟຶ້ນ.
ສຳລັບຢູ່ສາລະວັນ, ທ່ານ ຂັນ ທະໄລ ທອງພັນເຮືອງສີ ຫົວໜ້າຂະແໜງປ່າໄມ້ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ສໍາລັບປີນີ້ ທາງຂະແໜງປ່າໄມ້ແຂວງສາລະວັນ ໄດ້ກະກຽມເບ້ຍໄມ້ ທີ່ຈະປູກທັງໝົດໃນທົ່ວແຂວງ 1.200.000 ກວ່າເບ້ຍ, ປູກໃນເນື້ອທີ່ 1 ພັນກວ່າເຮັກຕາ. ເຊິ່ງໃນອາທິດຜ່ານມາທາງພະແນກກະສິກຳ ແລະ ປ່າໄມ້ພ້ອມພະນັກງານລັດຖະກອນກໍໄດ້ນຳເອົາເບ້ຍໄມ້ມາປູກແລ້ວ 100 ກວ່າເບ້ຍ ຢູ່ຂະແໜງປ່າໄມ້ຂອງແຂວງ ບ້ານນາໂດນ ເມືອງສາລະວັນ ໃນນັ້ນ, ມີໄມ້ແຄນຂະຍອມ, ໄມ້ຫໍາງົວ ແລະ ເບ້ຍໄມ້ຊົມພູພັນທິບ.
ເຖິງຢ່າງໃດກໍຕາມ, ໃນແຕ່ລະປີທົ່ວປະເທດໄດ້ພ້ອມກັນປູກຕົ້ນໄມ້ ຢູ່ທ້ອງຖິ່ນຕົນຢ່າງເປັນຂະບວນຟົດຟື້ນຫລາຍສິບພັນເຮັກຕາ ອັນເປັນການປະກອບສ່ວນປົກຫຸ້ມປ່າໄມ້ຫລາຍພໍສົມຄວນ ແລະ ພາຍຫລັງປູກແລ້ວກໍຕ້ອງມີການປົກປັກຮັກສາ ເພື່ອໃຫ້ຕົ້ນໄມ້ລອດຕາຍຫລາຍທີ່ສຸດຫລີກເວັ້ນບັນຫາເລາະປູກຂຸມເກົ່າທຸກປີ. ສະນັ້ນ ຂໍຮຽກຮ້ອງໃຫ້ປວງຊົນທັງຊາດຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ປະກອບສ່ວນຕາມເງ່ືອນໄຂຄວາມສາມາດໃນການປູກໄມ້, ຟື້ນຟູປ່າໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ອັນເປັນມໍລະດົກຂອງຊາດ ໃຫ້ນັບມ້ືນັບອຸດົມສົມບູນ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ໄດ້ຢ່າງຍືນນານບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ທ່ີເປັນສ່ວນປະກອບອັນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມ ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ. ປູກຜູ້ລະ1- 2 ຕົ້ນ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ເຊິ່ງສາມາດປູກໄດ້ພ້ອມນັ້ນກໍຕ້ອງໄດ້ຖືສຳຄັນວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ເປັນວຽກງານຍຸດທະສາດທີ່ສຳຄັນ ໂດຍສະເພາະແມ່ນເລັ່ງໃສ່ຄຸ້ມຄອງ,ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້ຕາມທິດຍືນຍົງຕິດພັນກັບການປູກຈິດສຳນຶກໃຫ້ປະຊາຊົນ, ອະນຸຊົນ ແລະ ເຍົາວະຊົນເຫັນໄດ້ຄວາມສຳຄັນຂອງປ່າໄມ້, ການປູກໄມ້ຟ້ືນຟູປ່າເພ່ືອອະນາຄົດ ແລະ ຄືນຄວາມສີຂຽວເພື່ອປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.
ໂດຍ: ແສງສະຫວັນ