ລາວ-ຣັດເຊຍ ລົງນາມຈັດກິດຈະກໍາຮ່ວມກັນ ສົກປີ 2025-2026

28/05/2025 22:13
Email Print 83
KPL - Asean 2024 ຂປລ. ພິທີເຊັນບົດບັນທຶກຊ່ວຍຈໍາ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ສ ຮັດເຊຍ ເພື່ອຈັດກິດຈະກໍາຮ່ວມກັນ ໃນສົກປີ 2025-2026



ຂປລ. ພິທີເຊັນບົດບັນທຶກຊ່ວຍຈໍາ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ສ ຮັດເຊຍ ເພື່ອຈັດກິດຈະກໍາຮ່ວມກັນ ໃນສົກປີ
2025-2026 ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ກັບ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບ  ກິດຈະກໍາທີ່ຮ່ວມມືກັນ ໃນປີ 2025 ປະກອບມີ: ກອງປະຊຸມໂຕະມົນ ໃນຫົວຂໍ້ ໂຄງຮ່າງການຈັດຕັ້ງ ໜ້າທີ່ ແລະ ການຈັດກິດຈະກໍາຂອງ ອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ການສະເໜີກ່ຽວກັບ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນວຽກງານຂອງອົງການໄອຍະການ, ຄວາມເປັນໄປໄດ້ ການນໍາໃຊ້ປັນຍາປະດິດ ໃນການສັ່ງຟ້ອງວຽກງານໄອຍະການ (ສະຫະພັນຣັເຊຍ).




ສ່ວນປີ
2026 ຈະຈັດກອງປະຊຸມຜູ້ຊ່ຽວຊານ ໃນຫົວຂໍ້ ການປົກປ້ອງສິດທິຂອງເດັກ, ມາດຕະການຕ້ານອາຊະຍາກໍາຕໍ່ເດັກ” (ສປປ ລາວ) ເຊິ່ງໃນສົກປີ 2025-2026 ການເຂົ້າຮ່ວມຂອງຜູ້ຕາງໜ້າ ອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ການແລກປ່ຽນເອກະສານ ທາງດ້ານວິຊາການ ແລະ ວິທະຍາສາດ ກໍຄື ເອກະສານກ່ຽວກັບວຽກງານຕົ້ນຕໍ ຂອງອົງການໄອຍະການ ແຫ່ງ ສະຫະພັນ ຣັດເຊຍ ແລະ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຂ່າວ: ວົງເດືອນ

KPL