ກອງປະຊຸມສຸດຍອດອາຊຽນ ຮັບຮອງ ວິໄສທັດປະຊາຄົມອາຊຽນປີ 2045
Email
Print
83

KPL - Asean 2024
ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ ໄດ້ຮັບຮອງ “ວິໄສທັດ ປະຊາຄົມ ອາຊຽນປີ 2045” ແລະ ອອກ “ຖະແຫລງການກົວລາລຳເປີ”

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 26 ພຶດສະພານີ້, ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ ໄດ້ຮັບຮອງ “ວິໄສທັດ ປະຊາຄົມ ອາຊຽນປີ 2045” ແລະ ອອກ “ຖະແຫລງການກົວລາລຳເປີ”, ເພື່ອສະໜອງ ຄຳເຫັນ ແລະ ແຜນການ ທີ່ມີລັກສະນະ ຊີ້ນຳ ໃຫ້ແກ່ ການພັດທະນາ ຂອງປະເທດສະມາຊິກ ອາຊຽນໃນ 20 ປີຕໍ່ມາ. ອາຊຽນສ້າງຕັ້ງຂຶ້ນໃນປີ 1967 ແລະ ມາເລເຊຍ ເປັນປະເທດ ປະທານ ໝູນວຽນ ປະຈຳປີ 2025 ຂອງອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ