ກວດກາຄວາມຄືບໜ້າການກໍ່ສ້າງສູນບຳບັດ ປີ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

ຂປລ. ໃນວັນທີ 21 ພຶດສະພາ 2025 ນີ້, ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມຄະນະ ລົງຕິດຕາມກວດກາຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດການກໍ່ສ້າງສູນບຳບັດປີ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ບ້ານຫ້ວຍທົນ ເມືອງ ໂພນໂຮງ ແຂວງວຽງຈັນ ໂດຍການຕ້ອນຮັບຂອງ ພົຈວ ສູນທອນ ລາດຊະສົມບັດ ຮອງຫົວໜ້າກົມໃຫຍ່ພາລາທິການ ປກສ, ມີບັນດາຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັທ ຫງວຽນ ເຖ ເຟື່ອງ ຮອງພະແນກຄຸ້ມຄອງການກໍ່ສ້າງ ໄດ້ລາຍງານຄວາມຄືບໜ້າການ ຈັດຕັ້ງປະຕິບັດບັນດາໜ້າວຽກໃນການກໍ່ສ້າງວ່າ: ໂຄງການກໍ່ສ້າງສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດ ຢາເສບຕິດ ມີເນື້ອທີ 23,3 ເຮັກຕາ ຕັ້ງຢູ່ຫລັກ 62 ບ້ານຫ້ວຍທົນ ເມືອງໂພນໂຮງ ແຂວງ ວຽງຈັນ ມູນຄ່າກໍ່ສ້າງ 247 ຕື້ດົງ ເຊິ່ງແມ່ນທຶນຊ່ວຍເຫລືອຂອງ ລັດຖະບານ ສສ ຫວຽດນາມ ໂດຍແມ່ນ ບໍລິສັດຊົງດາ 7 ເປັນຜູ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວ. ໄລຍະຈັດຕັ້ງປະຕິບັດ 12 ເດືອນ ໂດຍໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາຕັ້ງແຕ່ ວັນທີ 12 ກໍລະກົດ ປີ 2024, ແບ່ງອອກເປັນ 7 ເຂດຄື: ເຂດຫ້ອງການຄຸ້ມຄອງ-ບໍລິຫານ, ເຂດປິ່ນປົວ ແລະ ພື້ນຟູສຸຂະພາບ, ເຂດຢ້ຽມຍາດ ແລະ ຮັບຕ້ອນ, ເຂດອາຄານສະໂມສອນປະຊຸມ-ສຶກສາອົບຮົມ, ເຂດຄຸ້ມຄອງຜູ້ຕິດຢາເສບຕິດ, ເຂດຝຶກສອນວິຊາຊີບ ແລະ ເຂດເກັບມ້ຽນຂີ້ເຫຍື້ອ, ມາຮອດວັນທີ 5 ພຶດສະພາ 2025 ທາງບໍລິສັດຮັບເໝົາກໍ່ສ້າງ ໄດ້ລົງມືຈັດຕັ້ງປະຕິບັດກິດຈະກຳກໍ່ສ້າງ 17 ອາຄານ ແລະ ກິດຈະກຳອື່ນໆ ເປັນຕົ້ນອາຄານຢ້ຽມຍາດ ແລະ ຮັບຕ້ອນ, ອາຄານປິ່ນປົວ ແລະ ຟື້ນຟູສຸຂະພາບ 2 ຊັ້ນ, ອາຄານບ່ອນປະຈຳການພະນັກງານ 2 ຊັ້ນ, ເຮືອນຄົວກິນ ແລະ ບ່ອນກິນເຂົ້າພະນັກງານ ແລະ ອາຄານເຮືອນນອນຜູ້ຕິດຢາເສບຕິດ 3 ຊັ້ນ 6 ຫລັງ, ອາຄານສະໂມສອນປະຊຸມ, ອາຄານດໍາລົງຊີວິດລວມໝູ່, ອາຄານເຮືອນຄົວ ແລະ ບ່ອນກິນເຂົ້າຜູ້ຕິດຢາເສບຕິດ, ອາຄານສອນວິຊາຊີບ 2 ຫລັງ, ອາຄານຫ້ອງການເຮັດວຽກ 2 ຊັ້ນ, ອາຄານສຶກສາອົບຮົມ, ກໍ່ສ້າງລະບົບອ່າງກັນຕອງນໍ້າສະອາດ, ກໍ່ສ້າງກັນເຈື່ອນ, ກໍ່ສ້າງກໍາແພງອ້ອມຮອບເຂດໃນ ແລະ ບັນດາກິດຈະ ກຳກໍ່ສ້າງພາຍນອກອື່ນໆ. ມາຮອດປັດຈຸບັນ, ໂຄງການດັ່ງກ່າວ ມີຄວາມຄືບໜ້າປະມານ 72,65%.
ໂອກາດນີ້, ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບ ຜິດຊອບ ແລະ ບໍລິສັດ ຊົງດາ 7 ທີ່ໄດ້ເອົາໃຈໃສ່ໃນການກໍ່ສ້າງ ເຖິງວ່າບາງໄລຍະຈະພົບກັບຄວາມຫຍຸ້ງ ຍາກ, ສະພາບດິນຟ້າອາກາດບໍ່ເອື້ອອຳນວຍກໍຕາມ ແຕ່ຄະນະຮັບຜິດຊອບໂຄງການ ທັງສອງຝ່າຍກໍໄດ້ມີການປະສານສົມທົບ ສຸມທຸກກຳລັງ ເປັນຕົ້ນກໍແມ່ນເພີ່ມກຳລັງແຮງງານ, ວັດສະດຸໃນການກໍ່ສ້າງລົງໃສ່ໜ້າວຽກ ເຮັດໃຫ້ການກໍ່ສ້າງດັ່ງກ່າວ ສຳເລັດຕາມຄາດໜາຍ.
ຂ່າວ-ພາບ: ສິລິພອນ