ສປ ຈີນ ຈະຕິດຕັ້ງເຄື່ອງຜະລິດໄຟຟ້າພະລັງງານລົມ-ແສງຕາເວັນເພີ່ມຂຶ້ນ 280 ລ້ານກິໂວວັດ


ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ບົດລາຍງານ ການພັດທະນາ ພະລັງງານ ໝູນວຽນ ຂອງ ສປ ຈີນ ໃນປີ 2024 ທີ່ປະກາດ ທ້າຍເດືອນພຶດສະພາ ນີ້ວ່າ: ໃນປີ 2024 ກຳລັງຕິດຕັ້ງ ເຄື່ອງຜະລິດໄຟຟ້າ ພະລັງງານໝູນວຽນ ໃນທົ່ວປະເທດຈີນ ໄດ້ສ້າງສະຖິຕິສູງສຸດ ໃນປະຫວັດສາດ ເຊິ່ງກວມຫລາຍກວ່າ 60% ໃນການຕິດຕັ້ງ ພະລັງງານໝູນວຽນຂອງທົ່ວໂລກ. ຄາດວ່າໃນປີນີ້ ກຳລັງຕິດຕັ້ງ ເຄື່ອງຜະລິດ ໄຟຟ້າ ພະລັງລົມ ແລະ ແສງຕາເວັນ ຈະເພີ່ມຂຶ້ນອີກ 280 ລ້ານກິໂວວັດ. ປັດຈຸບັນ, ສປ ຈີນ ໄດ້ສະໜອງ ຜະລິດ ຕະພັນ ແລະ ບໍລິການ ພະລັງງານ ສະອາດ ຄຸນນະພາບດີໃຫ້ 200 ກວ່າປະເທດ ແລະ ເຂດແຄວ້ນ ທົ່ວໂລກ, ສຳລັບ ສ່ວນແບ່ງ ຕະຫລາດໂລກ ຂອງ ສປ ຈີນ ໃນດ້ານພະລັງງານ ແສງຕາເວັນ ກວມເອົາ ຫລາຍກວ່າ 85%, ເຊິ່ງເປັນການປະກອບສ່ວນ ອັນພົ້ນເດັ່ນ ຕໍ່ການຂະຫຍາຍຕົວ ຂອງການລົງທຶນ ໃນການປ່ຽນ ໃຊ້ພະລັງງານ ສະອາດ ຂອງທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ